ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ: ປະ​ຊາ​ຄົມໂລກ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ “ລະ​ງັບ​ໃຈ​ຢ່າງ​ສຸດ​ຂີດ”

(VOVWORLD) -  ວັນທີ 2 ມີນາ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ “ລະງັບໃຈຢ່າງສຸດຂີດ” ພາຍຫຼັງທີ່ ອາເມລິກາ ແລະ ອິດສະຣາແອັນ ດຳເນີນການບຸກໂຈມຕີທາງອາກາດເລັ່ງໃສ່ ອີຣານ ແລະ ບັນດາບັ້ນບຸກໂຈມຕີໂຕ້ຕອບຂອງ ເຕເຮຣານ. 
ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ: ປະ​ຊາ​ຄົມໂລກ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ “ລະ​ງັບ​ໃຈ​ຢ່າງ​ສຸດ​ຂີດ” - ảnh 1ເຫດບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ໂຮງຮຽນຢູ່  Minab, ອີຣານ ໃນວັນທີ 28/2/2026
(ພາບ: Abbas Zakeri/Mehr News/WANA via REUTERS)

ໃນວາລະປະຊຸມວິສາມັນກ່ຽວກັບສະພາບການ ອີຣານ ຖືກຈັດຂຶ້ນຕາມຄຳຮຽກຮ້ອງຈາກ ລັດເຊຍ ແລະ ອີຣານ, ທ່ານ Rafael Grossi ໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ, ອົງການ IAEA ຍັງບໍ່ທັນຮັບຮູ້ມີສັນຍານໃດສະແດງໃຫ້ເຫັນວ່າ ມີຮາກຖານນິວເຄຼຍໃດຢູ່ ອີຣານ ຖືເປເພ ຫຼື ຖືກບຸກໂຈມຕີ.

ກໍໃນວັນດຽວກັນ, ເມື່ອກ່າວຄຳເຫັນຕໍ່ໜັງສືພິມ The Telegraph, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ປັດຈຸບັນ ການນຳ ອີຣານ “ຢາກບັນລຸໄດ້ຂໍ້ຕົກລົງຢ່າງແທ້ຈິງ” ກັບ ວໍຊິງຕັນ ໃນສະພາບການບຸກໂຈມຕີພວມດຳເນີນໄປ. ທ່ານ Trump ໃຫ້ຮູ້ວ່າ ອາເມລິກາ ຄາດວ່າ ບັ້ນຮົບເລັ່ງໃສ່ການນຳ ອີຣານ ຈຳນວນໜຶ່ງ ອາດຈະແກ່ຍາວແຕ່ 2 – 3 ອາທິດ ແລະ ບາງເທື່ອຈະຜັນຂະຫຍາຍກຳລັງທະຫານລາດໄປຍັງປະເທດນີ້.

ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ: ປະ​ຊາ​ຄົມໂລກ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ “ລະ​ງັບ​ໃຈ​ຢ່າງ​ສຸດ​ຂີດ” - ảnh 2ສະພາບການຢູ່ ເຕເຮຣານ ໃນວັນທີ 2/3/2026, ພາຍຫຼັງທີ່ ອິດສະຣາແອັນ ແລະ ອາເມລິກາ ດຳເນີນບັນດາບັ້ນບຸກໂຈມຕີເລັ່ງໃສ່ ອີຣານ (ພາບ: Majid Asgaripour/WANA via REUTERS)

ກໍໃນວັນທີ 2 ມີນາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ຮຽກຮ້ອງໃຫ້ຫຼຸດຄວາມເຄັ່ງຕຶງໂດຍດ່ວນ ເພື່ອແນໃສ່ສະກັດກັ້ນການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ກັບ ອີຣານ ບໍ່ໃຫ້ແຜ່ລາມອອກສູ່ທົ່ວພາກພື້ນ ຕາເວັນອອກກາງ. ໃນຂະນະນັ້ນ, ທ່ານ Jean-Noel Barrot  ລັດຖະມົນຕີການຕ່າງປະເທດ ຝລັ່ງ  ຖະແຫຼງວ່າ ປະເທດນີ້ “ພ້ອມແລ້ວ” ທີ່ຈະປົກປ້ອງບັນດາປະເທດເຂດອ່າວ ແລະ ຈໍແດນ, ຕ້ານຄືນ ອີຣານ ຖ້າມີຄວາມຈຳເປັນ. ກໍໃນວັນດຽວກັນ, ທ່ານ Vladimir Putin  ປະທານາທິບໍດີ ລັດເຊຍ ໄດ້ມີການສົນທະນາກັບບັນດາການນຳ ອາຣັບ ກ່ຽວກັບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ຕາເວັນອອກກາງ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງແກ້ໄຂສະພາບການຜ່ານບັນດາມາດຕະການທາງການທູດ.

ນັກຂ່າວ VOV ປະຈຳ ອາຣັບ

ຕອບກັບ

ຂ່າວ/ບົດ​ອື່ນ