ການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດອີຕາລີ
![ການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດອີຕາລີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_05_31/gap go.jpg)
ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອີຕາລີ ຫງວຽນວັນນາມກ່າວຄຳເຫັນທີ່ການພົບປະ |
(vovworld)- ກ່າວຄຳເຫັນທີ່ການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດອີຕາລີ ຊຶ່ງຈັດຂຶ້ນໃນວັນທີ 30/5 ຢູ່ຮ່າໂນ້ຍ, ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອີຕາລີ ຫງວຽນວັນນາມ ໄດ້ຕີລາຄາສູງນ້ຳໃຈສາມັກຄີຊຶ່ງການນຳລຸ່ນຕ່າງໆ ແລະ ປະຊາຊົນອີຕາລີທຸກຊັ້ນຄົນໄດ້ສະຫງວນໃຫ້ປະຊາຊົນຫວຽດນາມໃນການບັນດາການຕໍ່ສູ້ຍາດເອົາເອກະລາດ, ໂຮມປະເທດຊາດເປັນເອກະພາບກ່ອນນີ້, ກໍຄືໃນກິດຈະການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນ. ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອີຕາລີ ຫງວຽນວັນນາມ ຢືນຢັນວ່າ ນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີນັ້ນ ແມ່ນພື້ນຖານໃຫ້ແກ່ການພັດທະນາທີ່ຂະຫຍັນຂັ່ນເຄື່ອນຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນປະຈຸບັນ.