ການພົບປະສັງສັນລະຫວ່າງບັນດາຄອບຄົວຖືກພັດພາກຈາກກັນຍ້ອນສົງຄາມໃນແຫລມເກົາຫລີ

ການພົບປະສັງສັນລະຫວ່າງບັນດາຄອບຄົວຖືກພັດພາກຈາກກັນຍ້ອນສົງຄາມໃນແຫລມເກົາຫລີ - ảnh 1
​ພາບ:internet

(vovworld)-  ​ມີ 389 ຄົນ​ຂອງ 96 ຄອບ​ຄົວ ສ​ເກົາ​ຫລີ ຖືກ​ພັດ​ພາກ​ຈາກ​ກັນ ຍ້ອນ​ສົງ​ຄາມ​ເກົາ​ຫລີ 1950-1953 ເລີ່ມ​ພົບ​ປະ​ສັງ​ສັນ​ກັບ ຍາດ​ຕິ​ພິ່​ນ້ອງ ຢູ່ ສ​ປ​ປ ເກົາ​ຫລີ ທີ່​ເຂດ​ພັກ​ຜ່ອນ​ ເທິງ ພູ Kumgang ຂຶ້ນ​ກັບ​ແຄມ​ທະ​ເລ​ທາງ​ຕາ​ເວັນ​ອອກ​ຂອງ​ພາກ​ເຫນືອ ໃນ​ວັນ​ທີ 20/10. ພາຍ​ຫລັງ​ພົບ​ປະ​ຄັ້ງ​ທຳ​ອິດ​ແກ່​ຍາວ​ເຖິງວັນ​ທີ 22/10, ຄັ້ງ​ທີ 2 ນີ້​ຄາດ​ວ່າ ດຳ​ເນີນ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ​ແຕ່​ວັນ​ທີ 24-26/10 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ຊາວ ສ​ເກົາ​ຫລີ ປະ​ມານ 2050 ຄົນ ຂຶ້ນ​ກັບ 90 ຄອບ​ຄົວ. ການ​ພົບ​ປະ​ສັງ​ສັນ​ຄັ້ງ​ນີ້ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ໝາກ​ຜົນ​ຂອງ​ຂໍ້​ຕົກ​ລົງ​ລ​ະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ ທີ່​ບັນ​ລຸ​ໄດ້​ໃນ​ວັນ​ທີ 25/8 ຜ່ານ​ມາ​ກ່ຽວ​ກັບ​ການ​ຢຸດ​ຕິ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທະ​ຫານ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົ​າ​ຫລີ.

 

ຂ່າວ/ບົດ​ອື່ນ