ການພົວພັນຫວຽດນາມ - ສິງກະໂປ ພວມພັດທະນາ ຢ່າງແຮງໃນທຸກຂົງເຂດ

ການພົວພັນຫວຽດນາມ - ສິງກະໂປ ພວມພັດທະນາ ຢ່າງແຮງໃນທຸກຂົງເຂດ - ảnh 1
​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕ້ອນຮັບ
ທ່ານ​ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ Goh Chok Tong
(ພາບປະກອບ)

(vovworld) – ​​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ອະດີດ​ນາຍົກລັດຖະມົນຕີ ສິງກະ​ໂປ Goh Chok Tong ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 23 - 26/09. ການ​ຢ້ຽມຢາມຄັ້ງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສືບຕໍ່​ບັນດາ​ການ​ຢ້ຽມຢາມຫວຽດນາມ ​ຂອງ​ທ່ານ​ປະທານາທິບໍດີ​ສິງກະ​ໂປ ​​ເມື່ອ​ປີ 2012 ​ແລະ ຂອງທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ​​ເມື່ອ​ປີ 2013. ການ​ຢ້ຽມຢາມ​ໄດ້​ເປັນ​ຂີດ​ໝາຍ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສິງກະ​ໂປ. ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ລັດຖະມົນຕີ ກິ​ຕິ​ມະ​ສັກຂັ້ນ​ສູງ Goh Chok Tong ​ເປັນ​ເຫດການທີ່​ມີ​ຄວາມ​ໝາຍ​ສຳຄັນ​​ໃນ​ການ​ພົວພັນ​ລະຫວ່າ​ງ 2 ປະ​ເທດ​ໃນ​ປີ 2014, ປະກອບສ່ວນ​ຊຸກຍູ້ ​ແລະ ປຸກລະດົມ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ, ກໍ່​ຄື​ປະກອບສ່ວນ​ຊຸກຍູ້​ຄວາມ​ຕິດ​ພັນຢ່າງແໜ້ນ​​ແຟ້ນກວ່າ​ໃນ​ປະຊາ​ຄົມ​ອາ​ຊຽນ ​.

ຂ່າວ/ບົດ​ອື່ນ