ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ອາເມລິກາ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ.
ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ອາເມລິກາ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ - ảnh 1(ທີ່ການຕ້ອນຮັບ)

ວັນທີ 13 ກຸມພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທີ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ຕ້ອນຮັບທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ເມື່ອແລກປ່ຽນທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ, ໂດຍສະເພາະແມ່ນດ້ານເສດຖະກິດ - ການຄ້າ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສົນທະນາ - ທາບທາມຄວາມເຫັນ, ແກ້ໄຂຜົນຮ້າຍທີ່ເກີດຈາກສົງຄາມ, ການບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ການຮ່ວມມືດ້ານທະຫານ, ເຫຼົ່າຮົບ, ການປ້ອງກັນຊາດ, ຕຳຫຼວດທະເລ, ອຸດສາຫະກຳປ້ອງກັນຊາດ.

ສ່ວນທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ກໍ່ຢືນຢັນວ່າ ກະຊວງການຕ່າງປະເທດ ອາເມລິກາ ສະໜັບສະໜູນ ຫວຽດນາມ ໃນການແກ້ໄຂຜົນຮ້າຍທີ່ເກີດຈາກສົງຄາມ, ຢັ້ງຢືນຊື່, ນາມສະກຸນທະຫານທີ່ຫາຍສາບສູນໃນປາງສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ