ທີ່​ການ​ພົບ​ປະ​ສົນ​ທະ​ນາ​ກັບ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ສຽງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຢືນ​ຢັນ​ວ່າ ຫວຽດ​ນາມ ​ມີ​ຄວາມສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຍາມ​ໃດ​ກໍ່​ຖື​ການ​ພັດ​ທະ​ນາ​ສາຍພົວພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານກັບ ຈີນ ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໜີ​ປາຍ, ຄວາມ​ຮຽກ​ຮ້ອງ​ຢ່າງ​ພາ​ວະ​ວິ​ໄສ, ການ​ເລືອກເຟັ້ນ​ຍຸດ​ທະ​ສາດ, ໃນ​​ແນວ​ທາງ​ການ​ຕ່າງ​ປະ​ເທ​ດໂດຍລວມ. ຫວຽດ​ນາມ ປາດ​ຖະ​ໜາ ແລະ ຕັດ​ສິນ​ໃຈ​ພ້ອມ​ກັບ ຈີນ ຊຸກ​ຍູ້​ການ​ພົວ​ພັນ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ສົນ​ທະ​ນາ​ກັບ ທ່ານ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ຈາວເລືອຈີ. ຢູ່​ທີ່ນ​ີ້, 2 ຝ່າຍ​ຢືນ​ຢັນ​ເລື່ອງ​ຖື​ເປັນ​ສຳ​ຄັນ​ການ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ຈີນ ແມ່ນ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສັງ​ລວມ ຫວຽດ​ນາມ - ຈີນ.