ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ສັກ​ສິດ​ຂອງ​ດິນ​ແດນ​ແຫ່ງ​ບັນ​ພະ​ບູ​ລຸດ, ຂັບ​ ຊວານ ບໍ່​ພຽງ​ແຕ່​ແມ່ນ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພິ​ທີ​ກຳ​ຕິດ​ພັນ​ກັບ​ການ​ເຫຼື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ. ແບ່ງ​ປັນ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ຂັບ ຊວານ, ນັກ​ສິ​ລະ​ປະ​ການ​ປະ​ຊາ​ຊົນຂັບ ຊວານ ຫງວຽນ​ທິຫຼິກ ຫົວ​ໜ້າ​ກອງ​ສິ​ລະ​ປະ​ກອນ​ຂັບ ຊວານ ອານ​ຖາຍ ຕາ​ແສງ ອານ​ຖາຍ ແຂວງ ຝູ​ເຖາະ ໃຫ້ຮູ້​ວ່າ:

“ຂັບ​ຊວານ ຝູ​ເຖາະ ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ຮຸ່ງ. ເມື່ອ​ເຈົ້າ​ຊີ​ວິດ​ນຳ​ພາ​ກອງ​ທັບ​ໄປ​ຕີ​ສັດ​ຕູ ແລະ ເມື່ອ​ຮັບ​ໄຊ​ຊະ​ນະ​ກັບ​ຄືນ​ບ້ານ, ເຈົ້າ​ຊີ​ວິດ​ໄດ້​ພາ​ກອງ​ທະ​ຫານ​ໄປ​ທ່ຽວຫຼິ້ນຍາມ​ລະດູບານ​ໃໝ່. ເມື່ອ​ຮອດ​ໝູ່​ບ້ານ ອານ​ຖາຍ, ພະ​ມະ​ເຫ​ສີ ​ບັງ​ເອີນ​ເກີດ​ເຫດ​ທ້ອງ​ລັ່ນ ແລະ ເຈັບ​ທ້ອງ​ນານ ແຕ່ບໍ່​ສາ​ມາດ​ປະ​ສູດ​ລູ​ກ​ໄດ້. ມີ​ຄົນ​ໃຊ້​ຜູ້​ໜື່ງ​ໄດ້​ລາຍ​ງານ​ວ່າ ໃນ​ໝູ່​ບ້ານນີ້​ກໍ່​ມີ​ຜູ້​ສາວ​ຄົນ​ໜຶ່ງ​ຊື່ ເກວ໊ຮ​ວາ ສາ​ມາດ​ຟ້ອນ​ງາມ ແລະ ຂັບ​ຮ້ອງ​ມ່ວນ​ທີ່​ສຸດ ດັ່ງ​ນັ້ນ​ເຈົ້າ​ຊີ​ວິດ​ໄດ້​ເຊີນ ເກວ໊ຮ​ວາ ມາ​ຟ້ອນ ແລະ ​ຂັບ​ຮ້ອງ ເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ພະ​ມະ​ເຫ​ສີ ທີ່​ຈິ່ງ​ແລ້ວ ເມື່ອ ເກວ໊ຮ​ວາ ມາ​ຂັບ​ຮ້ອງ, ພະ​ມະ​ເຫ​ສີ​ໄດ້​ເຊົາ​ເຈັບ ແລະ ສາມາດປະ​ສູດ​ລາຊະ​ທິ​ດາ. ເມື່ອ​ເຫັນ​ເຫ​ດການ​ດັ່ງ​ກ່າວ ເຈົ້າ​ຊີ​ວິດ​ໄດ້​ສັ່ງ​ໃຫ້​ປະ​ຊາ​ຊົນ​ຝຶກ​ແອບ ແລະ ພັດ​ທະ​ນາ​ການ​ຟ້ອນ ແລະ ຂັບ​ຊວານ”.

ໃນ​ຊຸມ​ວັນ​ນີ້​ຢູ່​ໝູ່​ບ້ານ​ຂັບ ຊວານບູ​ຮານ ອານ​ຖາຍ ນະ​ຄອນ ຫວຽດ​ຈີ່, ບັນ​ຍາ​ກາດ​ຝຶກ​ແອບ​ຖືກ​ດຳ​ເນີນ​ຢ່າງ​ຟົດ​ຟື້​ນ ກ່ອນ​ທີ່​ຈະ​ຮອດ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ. ທ່ານ ເຈິ່ນ​ຮຸຍ​ນາມ ສັງ​ກັດ​ກອງ​ຂັບ ຊວານ ອານ​ຖາຍ ຕາ​ແສງ ເວິນ​ຝູ ແຂວງ ຝູ​ເຖາະ ໃຫ້​ຮູ້​ວ່າ:

“​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ​ຮຸ່ງ, ງານ​ບຸນວິ​ຫານ ​ຮຸ່ງ​ ໃນ​ຄັ້ງ​ນີ້ກໍ່​ມີຫຼາຍ​ລາຍ​ການ, ຂັບ ຊວານ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາຍ​ການ​ທີ່​ສຳ​ຄັນ​ໃນ​ງານ​ບຸນ​ປີນີ້. ໃນ​ຊຸມ​ວັນ​ນີ້ ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຝຶກ​ແອບ​ຂັບ ຊວານ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ”.

ບໍ່​ພຽງ​ແຕ່​ຢູ່ ອານ​ຖາຍ ເທົ່າ​ນັ້ນ ບັນ​ດາ​ກອງ​ຂັບ ຊວານ​ ບູ​ຮານອື່ນໆກໍ່​ພວມ​ຫ້າງ​ຫາ​ກະ​ກຽມ​ຝຶກ​ແອບ. ທ່ານ ຫງວຽນ​ຊັວນ​ໂຮ້ຍ ຫົວ​ໜ້າ​ກອງ​ຂຂັບຊວານ ຝູ່​ດຶກ ​ວັນ​ຝູ ແຂວງ ຝູ​ເຖາະ ໃຫ້​ຮູ້​ວ່າ:

“ໝູ່​ບ້ານ​ຂັບ ຊວານ ຝູ່​ດຶກ ໄດ້​ຂຶ້​ນຕາ​ຕະ​ລາງ​ຝຶກ​ແອບ​ໃຫ້​ແກ່​ເອື້ອຍ​ນ້ອງ​ແມ່​ຍິງໃນ​ບ້ານ. ໃນ​ໂອ​ກາດ​ພິ​ທີໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ, ໝູ່​ບ້ານ​ແຕ່​ລະ​ແຫ່ງ​ໄດ້​ເລີ່ມ​ຮັບ​ໃຊ້​ນັບ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 10 ເດືອນ ​3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ

ບໍ່​ພຽງ​ແຕ່​ຮັບ​ໃຊ້​ພິ​ທີ​ກຳ​ງານ​ບຸນ​ເທົ່າ​ນັ້ນ ຂັບ ​ຊວານ ໃນ​ວັນ​ນີ້​ຍັງ​ກາຍ​ເປັນຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ແຂວງ ຝູ​ເຖາະ ອີກດ້ວຍ. ນາງ ຮົ່ງ​ມິງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ ຮ່າ​ໂນ້ຍ ເປີດ​ເຜີຍ​ວ່າ:

“ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຮັບ​ຊົມລາຍການ​ຂັບ ຊວານ ທາງ​ໂທ​ລະ​ພາບກໍ່​ຄືຮັບ​ຊົມ​ບັນ​ດາ​ຄ​ຣິບ​ວິ​ດີ​ໂອທາງ​ຢູ​ທູບ ແຕ່​ໃນ​ຕົວ​ຈິງ ມື້ນີ້​ຈຶ່ງ​ໄດ້​ຮັບ​ຊົມ​ໂດຍ​ກົງ ແລະ ຮູ້​ສຶກວ່າ​ເປັນ​ເອ​ກະ​ລັກ​ທີ່​ສຸດ”

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ບຸນ​ຄຸນ​ຕໍ່​ບັນ​ພະ​ບູ​ລຸດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຈຸດ​ເວ​ລາ ເພື່ອ​ໃຫ້​ບັນ​ດາ​ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນານ ໄດ້​ຮັບ​ການ​ຟື້ນ​ຟູ. ຂັບ​ ຊວານ ດ້ວຍ​ຈັງ​ຫວະ​ທຳ​ນອງ​ບູ​ຮານ ແລະ ພະ​ລັງ​ຊີ​ວິດ​ທີ່​ທົນ​ທານ​ຍັງ​ຄົງ​ສືບ​ຕໍ່​ກັງ​ວານ​ຂຶ້ນ ເຊື່ອມ​ຕໍ່​ລະ​ຫວ່າງ​ອະ​ດີດ​ຕະ​ການ​ກັບ​ປັດ​ຈຸ​ບັນ ສາ​ມາດ​ຮັກ​ສາວິນ​ຍານ​ຂອງ​ຊາດ​ໃນ​ຊີ​ວິດ​ທຸກວັນ​ນີ້.