ຕາມ​ວົງ​ການ​ເຈົ້າ​ໜ້າ​ທີ່ ເກຼັກ ແລ້ວ, ສະ​ເພາະ​ໃນ​ວັນ​ທີ 23 ເມ​ສາ, ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ​ນີ້​ໄດ້​ກູ້​ເອົາ​ຊີ​ວິດ​ຊາວ​ອົບ​ພະ​ຍົບ 150 ຄົນ ທີ່​ພວມ​ຂີ່ເຮືອ​ຕໍ່ຊາມ​​ຊາ​ຢູ່ນອກ​ຝັ່​ງ​ເກາະ Crete ຢ່າງ​ທັນ​ການ. ບັນ​ດາ​ການ​ເຄື່ອນ​ໄຫວ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ນັ້ນ ຍັງ​ສືບ​ຕໍ່​ໄດ້​​ດຳ​ເນີນ, ໂດຍ​ບໍ່​ສົນ​ໃຈຕໍ່​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ທີ່​ຮ້າຍ​ແຮງ ແລະ ລົມ​ພັດ​ແຮງ​ຢູ່​ເຂດ​ນີ້.

ຕາມ​ຂໍ້​ມູນ​ຈາກ​ອົງ​ການ​ສາ​ກົນ​ເພື່ອ​ການ​ເຄື່ອນ​ຍ້າຍ​ຖິ່ນ​​ຖານ ສ​ປ​ຊ (IOM) ແລ້ວ, ໃນ 2 ເດ​ືອນ​ຕົ້ນ​ປີ 2026, ມີ 559 ຄົນ​ເສຍ​ຊີ​ວິດ​ຢູ່​ທະ​ເລ ເມ​ດີ​ເຕ​ຣາ​ເນຍ, ເພີ່ມ​ຂຶ​້ນ​ທົບ 2 ເທົ່າ ເມື່ອ​ທຽບ​ໃສ່ປີ​ກາຍ. ຕໍ່​​ກັບສະ​ພາບ​ການ​ນັ້ນ, ລັດ​ຖະ​ບານ ເກຼັກ ສະ​ໜັບ​ສະ​ໜູນ​ບັນ​ດາ​ມາດ​ຕະ​ການ​ຂອງ ສະ​ຫະ​ພາບ​ເອີ​ຣົບ ເພື່ອ​ແນ​ໃສ່​ຈຳ​ກັດ​ຊາວ​ອົບ​ພະ​ຍົບ​ແບບ​ຜິດ​ກົດ​ໝາຍ, ລວມ​ທັງ​ການ​ສ້າງ​ຕັ້ງ​ບັນ​ດາ “ສູນ​ກັບ​ຄືນບ​້ານ​ເກີດ​” ຢູ່ນອກ​ກຸ່ມ ເພື່ອ​ສົ່ງ​ຜູ້​ຖືກ​ປະ​ຕິ​ເສດ​ໃບ​ຄຳ​ຮ້ອງ​ຂໍ​ລີ້​ໄພ​ໃຫ້​ໄປ​ຢູ່​ຫັ້ນ.

ນັກ​ຂ່າວ VOV ປະ​ຈຳ Praha