(ພາບປະກອບ)
ຕອນເຊົ້າວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ໂຣມ, ສິ້ນສຸດການຢ້ຽມຢາມ ສ.ອີຕາລີ ຢ່າງຈົບງາມ ແລະ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 152 (IPU – 152) ແລະ ດຳເນີນການເຄື່ອນໄຫວ 2 ຝ່າຍຈຳນວນໜຶ່ງຢູ່ ຕວັກກີ.
ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຄື: ການພົບປະສົນທະນາກັບທ່ານປະທານາທິບໍດີ Sergio Mattarella, ໂອ້ລົມສົນທະນາກັບທ່ານປະທານສະພາຕ່ຳ Lorenzo Fontana, ພົບປະກັບສັນຕະປະປາ Leo XIV… ການຢ້ຽມຢາມ ອີຕາລີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອີຕາລີ, ຜ່ານນັ້ນ, ກໍ່ປັບປຸງ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນໃນທຸກຂົງເຂດ.
