ການ​ນຳ​ສູງ​ສຸດ​ຂອງ​ສອງ​ພັກ, ສອງ​ລັດ ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ຮອບ​ດ້ານ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ, ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ, ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ຢັ້ງ​ຢືນ​ວ່າ ຈີນ ຍາມ​ໃດ​ກໍ​ຖື ຫວຽດ​ນາມ ແມ່ນ​​ບຸ​ລິ​ມະ​ສິດ​ໃນ​ນະໂນ​ຍາຍ​ການ​ທູດ​ບ້ານ​ໃກ້​ເຮືອນ​ຄຽງ, ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ ຫວຽດ​ນາມ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຈີນ - ຫວຽດ​ນາມ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຢູ່​ລະ​ດັບ​ສູງກວ່າ. ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

“ຂ້າ​ພະ​ເຈົ້າ ແລະ ຄະ​ນະ​ການ​ນຳ​ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ປາດ​ຖະ​ໜາ​ວ່າ ຈະ​ພ້ອມ​ກັບ​ສະ​ຫາຍ​ ສີ​ຈີ້ນ​ຜິງ, ​ຄະ​ນະການ​ນຳ​ພັກ, ລັດ ຈີນ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພ​າ​ບ​ທີ່​ເປັນ​ມູນ​ເຊື້ອ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ສ້າງ​ປະ​ຊາ​ຄົມ, ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ”.

ບົນ​ພື້ນ​ຖານ​ນັ້ນ, ການ​ນຳ​ສອງ​ທ່ານ ຢັ້ງ​ຢືນ​ວ່າ ຈະ​ສືບ​ຕໍ່​ຊີ້​ນຳ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ຕິດ​ຕາມ​ເປົ້າ​ໝາຍ​ສັງ​ລວມ “6 ກວ່າ” ຢ່າງ​ໃກ້​ຊິດ, (ລວມ​ມີ: ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ທີ່​ສູງກວ່າ; ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ທີ່​ແທດ​ຈິງກວ່າ; ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ເລິກ​ເຊິ່ງກວ່າ; ພື້ນ​ຖານ​ສັງ​ຄົມ​ທີ່​ແໜ້ນ​ແຟ້ນກວ່າ; ສົມ​ທົບ​ກັນ​ຫຼາຍ​ຝ່າຍ​ໃຫ້​ແໜ້ນ​ແຟ້ນກວ່າ; ຄວບ​ຄຸມ ແລະ ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໄດ້​ເປັນ​ຢ່າງ​ດີກວ່າ); ຮັກ​ສາ​ການ​ພົວ​ພັນ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະ​ຈຳ, ເສີມ​ຂະ​ຫຍາຍ​ບົດ​ບາດ​ກຳ​ນົດ​ທິດ​ທາງ​ທີ່​ສຳ​ຄັນ​ຂອງ​ຊ່ອງ​ທາງ​ພັກຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈ​ິງ​ໃນ​ບັນ​ດາ​ຂົງ​ເຂດ, ປັບ​ປຸງ​ພື້ນ​ຖານ​ສັງ​ຄົມ​ໃຫ້​ແກ່​ສາຍ​ພົວ​ພັນ​ສອງ​ຝ່າຍ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ຕົກ​ລົງ​ເປັນ​ເອ​ກະ​ພາບ​ກຳ​ນົດ​ສ້າງ​ລະ​ດັບ​ສູງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ, ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສຸມ​ແຫຼ່ງ​ກຳ​ລັງ​ຍົກ​ລະ​ດັບ​ກາ​ນ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ລົດ​ໄຟ. ສອງ​ຝ່າຍ​ຕົກ​ລົງ​ເປັນ​ເອກ​ະ​ພາບ​ເປີດ​ປະ​ຕູ​ໃຫ້​ສິນ​ຄ້າ​ຂອງ​ກັນຫຼາຍ​ທີ່​ສຸດ​ເທົ່າ​ທີ່ຫຼາຍ​ໄດ້, ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຄ້າ​ດຸ່ນ​ດ່ຽງ ແລະ ປອດ​ໃສ.

ໃນ​ການ​ພົບ​ປະ​ສອງ​ຝ່າຍ, ການ​ນຳ​ສອງ​ທ່ານ​ໄດ້​ປະ​ກາດ​ເລີ່ມ​ຕົ້ນ “ປີ​ຮ່ວມ​ມື​ການ​ທ່ອງ​ທ່ຽວ ຫວຽດ​ນາມ - ຈີນ 2026 – 2027” ຢ່າງ​ເປັນ​ທາງ​ການ, ເຫັນ​ດີ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ໂຄ​ສະ​ນາ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ການ​ຮ່ວມ​ມື​ຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ, ການ​ບໍ​ລິ​ການ​ທ​່ອງ​ທ່ຽວ, ປັບ​ປຸງ ແລະ ຮັກ​ສາ​ທີ່​ຕັ້ງ​ເປັນ​ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ໃຫຍ່​ສຸດ​ຂອງ​ກັນ.

ການ​ນຳ​ຂັ້ນ​ສູງ​ສອງ​ຝ່າຍ​ກໍ​ຕົກ​ລົງ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ແກ້​ໄຂ​ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ປະ​ຕ​ິ​ບັດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະ​ຫວ່າງ ອາ​ຊຽນ ກັບ ຈີນ ໃນ​ການ​ປະ​ຕິ​ບັດ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ ແລະ ຊຸກ​ຍູ້​ເພື່ອ​ບັນ​ລຸ​ໄດ້ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ວັນ​ອອກ (COC) ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ ກ່ຽວ​ກັບ ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982.

ພາຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍາ ທ່ານ​ນາງ ໂງ​ເຟືອງ​ລີ, ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຫວ​ຽດ​ນາມ ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຕ້ອນ​ຮັບ​ທາງ​ລັດ​ຖະ​ກິດ​ຢ່າງ​ສົມ​ກຽດ, ເຂົ້າ​ຮ່ວ​ມ​ງານ​ນ້ຳ​ຊາ​ອຳ​ລາ, ໂດ​ຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແລະ ພັນ​ລະ​ຍາ ເຂິງວິ​ແຢວນ ເປັນ​ປະ​ທານ. ນີ້​ແມ່ນ​ຮູບ​ແບບການ​ພົບ​ປະ​ພິ​ເສດ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສຸດ​ສອງ​ພັກ, ສອງ​ລັດ.