ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກ​ິດ​ປະ​ເທດ ຈີນ, ຕອນ​ທ່ຽງ​ວັນ​ທີ 15 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສິ​ຈິ້​ນ​ຜິ້ງ ໄດ​້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຊາວ​ໜ​ຸ່ມ ຈີນ - ຫວຽດ​ນາມ ທີ່ເຂົ້າ​ຮ່ວມ​ລາຍການ “ການ​ເດີນ​ທາງ​ສີ​ແດງ​ຄົ້ນ​ຄວ້າ​ຮ່ຳ​ຮຽນ”.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ຊາວໜຸ່ມ, ລຸ້ນ​ໜຸ່ມ 2 ປະ​ເທດ​ສາ​ມາດ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ເຄົາ​ລົບ​ການ​ພົວ​ພັນ ຫວຽດ​ນາມ - ຈີນ ໄດ້ຢ່າງສິ້ນເຊີງ, ໂດຍ​ປະ​ທານ ໂຮ່​ຈີ​ມິນ ແລະ ປະ​ທານ ເໝົາເຈີຕຸງ ພ້ອມ​ກັບຄົນ​ລຸ້ນກ່ອນ​ຂອງ 2 ປະ​ເທດ​ສ້າງ​ຕັ້ງ​ຂຶ້ນ; ພ້ອມ​ກັນ​ນັ້ນ​ທ່ານກໍ່​ສະ​ເໜີ​ວ່າ:

“ຂ້າ​ພະ​ເຈົ້າ​ສ​ະ​ເໜີ​ໃຫ້​ບັນ​ດາ​ອົງ​ການ, ໝູ່​ຄະ​ນະ 2 ປະ​ເທດ​ຕິດ​ພັນ​ກັບ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ, ເພີ່ມ​ທະ​ວີການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ໂຄ​ສະ​ນາ, ສຶກ​ສາ​ໃຫ້​ລຸ້ນ​ໜຸ່ມ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ພັກ, 2 ລັດ; ຍົກ​ສູງ​ຄ​ຸນ​ນະ​ພາບ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ໜຸ່ມ; ສືບ​ຕໍ່​ຜັນ​ຂະ​ຫຍາຍ​ລາຍ​ການ “ການ​ເດີນ​ທາ​ງ​ສີ​ແດງ” ເພື່ອ​ໃຫ້​ຊາວ​ໜຸ່ມ, ເຍົາ​ວະ​ຊົນ 2 ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ປະ​ຫວັດ​ສາດ​ການປະ​ຕິ​ວັດ​ອັນ​ສະ​ຫງ່າ​ລາ​ສີ, ຈິດ​ໃຈ​ສາ​ກົນ​ກອມ​ມູ​ນິດ​ທີ່ໂປ່ງ​ໃສ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ 2 ພັກ, 2 ລັດ”.