ເຮືອນເລກທີ 5D ຖະໜົນ ຮ່າມລັອງ ແມ່ນໜຶ່ງໃນຈຳນວນເຮືອນ 4 ຫຼັງ ຄື 5A, 5B, 5C ແລະ 5D ຖືກປຸກສ້າງຕາມສະຖາປັດຕະຍະກຳ ຝຣັ່ງ ບູຮານ. ທ້າຍປີ 1928, ຄະນະພັກພາກເໜືອຂອງສະມາຄົມຊາວໜຸ່ມປະຕິວັດ ຫວຽດນາມ ໄດ້ເຊົ່າເຮືອນເລກທີ 5D ແລະ ມອບໃຫ້ທ່ານ ເຈິ່ນວັນກຸງ ພ້ອມກັບເມຍ ແມ່ນນາງ ຫງວຽນທິລຽນ ມາຢູ່ເພື່ອເຄື່ອນໄຫວປິດລັບ ໃນນາມເປັນຄອບຄົວລັດຖະກອນທີ່ທຸກຍາກ. ນາງ ຫງວຽນທູຮ່ຽນ ຜູ້ພາກລາຍການທ່ຽວຊົມຢູ່ເຮືອນເລກທີ 5D ຮ່າມລັອງ ໃຫ້ຮູ້ວ່າ:
“ເຮືອນ 4 ຫຼັງ ລ້ວນແຕ່ແມ່ນຂອງຄອບຄົວນາຍທຶນກໍ່ສ້າງ ເພື່ອໃຫ້ເຊົ່າ, ແຕ່ເຮືອນເລກທີ 5D ກໍ່ມີທ່າໄດ້ປຽບດີກວ່າ. ຢູ່ທາງເບື້ອງຊ້າຍຂອງເຮືອນ ແມ່ນຕິດກັບທາງຮ່ອມ ແລະ ເມື່ອກ່ອນນີ້ກໍ່ເຄີຍເຫັນຄົນໄປມາ ແລະ ພິເສດເມື່ອເກີດກໍລະນີສຸກເສີນ, ບັນດາສະຫາຍກໍ່ສາມາດອອກໄປນອກ ດ້ວຍປະຕູຫຼັງບ້ານຜ່ານທາງຮ່ອມນີ້ຢ່າງວ່ອງໄວ”.
ໃນຕອນກາງຄືນ ທ້າຍເດືອນ ມີນາ ປີ 1929, ບັນດາຊາວໜຸ່ມຜູ້ກ້າວໜ້າໃນຄະນະນຳ ຄະນະພັກພາກເໜືອ ແລະ ອົງຄະນະພັກ ຮ່າໂນ້ຍ ຂອງສະມາຄົມຊາວໜຸ່ມປະຕິວັດ ຫວຽດນາມ ໄດ້ໂຮມປະຊຸມຢ່າງປິດລັບຢູ່ເຮືອນເລກທີ 5D ຖະໜົນ ຮ່າມລັອງ ຮ່າໂນ້ຍ ເພື່ອສ້າງຕັ້ງໜ່ວຍພັກຄອມມູນິດທຳອິດຂອງ ຫວຽດນາມ. ນີ້ແມ່ນໄຊຊະນະທີ່ສຳຄັນ ມີຄວາມໝາຍປະຫວັດສາດຢ່າງໃຫຍ່ຫຼວງ ແລະ ກໍ່ແມ່ນສະຖານທີ່ເປັນຂີດໝາຍຈຸດເວລາເລີ່ມຕົ້ນ ຂອງບັ້ນຂົນຂວາຍສ້າງຕັ້ງພັກຄອມມູນິດ ຫວຽດນາມ.“
ເມື່ອວັນທີ 25 ພະຈິກ ປີ 1930 ເຮືອນເລກທີ 5D ຖະໜົນ ຮ່າມລັອງ ໄດ້ຮັບການຟື້ນຟູກາຍເປັນເຮືອນທີ່ລະນຶກ ວາງສະແດງບັນດາເອກະສານວັດຖຸພັນທີ່ຕິດພັນກັບການສ້າງຕັ້ງ ແລະ ເຄື່ອນໄຫວຂອງໜ່ວຍພັກຄອມມູນິດທຳອິດຢູ່ ຫວຽດນາມ. ນາງ ຫງວຽນທິຮົ່ງຮ່າ ແແມ່ນຫຼານຄີງຂອງນັກປະຕິວັດ ຫງວຽນຟັອງສັກ ເຊິ່ງແມ່ນໜຶ່ງໃນຈຳນວນ 8 ຄົນທີ່ເຂົ້າຮ່ວມສ້າງຕັ້ງໜ່ວຍພັກຄອມມູນິດທຳອິດຢູ່ ຫວຽດນາມ ໃຫ້ຮູ້ວ່າ:
“ເຮືອນເລກທີ 5D ແມ່ນສະຖານທີ່ຕິດພັນກັບພໍ່ປູ່ຂອງຂ້າພະເຈົ້ານັບແຕ່ໄລຍະເລີ່ມຕົ້ນເຂົ້າຮ່ວມເຄື່ອນໄຫວປະຕິວັດ. ຈາກຜູ້ໜຶ່ງທີ່ມີຈິດໃຈຮັກຊາດ, ເຂົ້າຮ່ວມການປະຕິວັດ ແລ້ວກາຍເປັນສະມາຊິກພັກຄອມມູນິດ ຫວຽດນາມ. ຊຸມປີມໍ່ໆມານີ້ ຂ້າພະເຈົ້າກໍ່ລ້ວນແຕ່ພະຍາຍາມນຳລູກຫຼານມານີ້ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈກ່ຽວກັບປະຫວັດສາດຂອງປະເທດ ຂອງພັກຄອມມູນິດ ຫວຽດນາມ ແລະ ມີຄວາມເອກອ້າງທະນົງໃຈຕໍ່ປູ່ຍ່າຕາຍາຍຂອງຕົນ”.
ປັດຈຸບັນຄະນະຄຸ້ມຄອງຮ່ອງຮອຍສະຖານ ແລະ ທິວທັດທຳມະຊາດ ຮ່າໂນ້ຍ ສືບຕໍ່ປະຕິບັດການບູລະນະປະຕິສັງຂອນຮ່ອງຮອຍສະຖານດັ່ງກ່າວ ບົນພື້ນຖານຮັກສາໃຫ້ເໝືອນເດີມ, ພ້ອມກັນນັ້ນ ກໍ່ນຳໃຊ້ເຕັກໂນໂລຢີສາມມິຕິ, ກວດດ້ວຍລະຫັດ QR, ເຕັກໂນໂລຢີ AR - VR… ນາງ ໂງທິມິງເຕິມ ຮອງຫົວໜ້າພະແນກຄຸ້ມຄອງຮ່ອງຮອຍສະຖານ, ຄະນະຄຸ້ມຄອງຮ່ອງຮອຍສະຖານທິວທັດທຳມະຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ເຮືອນເລກທີ 5D ຖະໜົນ ຮ່າມລັອງ ໄດ້ຮັບການລົງທຶນປະຕິສັງຂອນ, ບຸກເບີກໜ້າພຽງ ແລະ ຍົກຍ້າຍບັນດາຄອບຄົວອອກຈາກຮ່ອງຮອຍສະຖານແຫ່ງນີ້. ໃນວຽກງານຫັນເປັນດີຈີຕອນ, ປັດຈຸບັນພວກຂ້າພະເຈົ້າໄດ້ຫັນເປັນເຕັກໂນໂລຢີ, ຕິດຕັ້ງບັນດາໜ້າຈໍເພື່ອແນະນຳໂຄສະນາໃຫ້ແຂກມາຢ້ຽມຊົມທັດສະນະສຶກສາ”.
ໄລຍະເກືອບ 100 ປີ ໄດ້ຜ່ານພົ້ນໄປ, ແຕ່ເຮືອນເລກທີ 5D ຖະໜົນ ຮ່າມລັອງ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນສະຖານທີ່ປະຫວັດສາດພິເສດ ເຊິ່ງແມ່ນແຫ່ງໃຫ້ກຳເນີດໜ່ວຍພັກຄອມມູນິດທຳອິດຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ເພີ່ມທະວີນຳໃຊ້ເຕັກໂນໂລຢີດີຈີຕອນ ເຂົ້າໃນການຄຸ້ມຄອງ, ວາງສະແດງ ແລະ ຍູ້ແຮງການຮ່ວມສຳພັນກັບບັນດາຫົວໜ່ວຍທ່ອງທ່ຽວ ເພື່ອຂຸດຄົ້ນປະສິດທິຜົນຄຸນຄ່າຂອງຮ່ອງຮອຍສະຖານ ໃນການພັດທະນາການທ່ອງທ່ຽວ ປະກອບສ່ວນພັດທະນາຂະແໜງອຸດສາຫະກຳວັດທະນະທຳຂອງນະຄອນຫຼວງ.
