ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນກຳລັງໜູນຕົ້ນຕໍເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ອາເມລິກາ

(VOVWORLD) -ທ່ານ Robert Lighthizer ໃຫ້ຮູ້ວ່າ, ບາງຂໍ້ມູນທີ່ເສຍຫາຍກ່ຽວກັບແຜນການຂອງ ອາເມລິກາ ທີ່ຈັດວາງພາສີໃສ່ສິນຄ້າສົ່ງອອກຂອງຫວຽດນາມ ແມ່ນບໍ່ຖືກຕ້ອງ.
ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນກຳລັງໜູນຕົ້ນຕໍເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ອາເມລິກາ - ảnh 1ທີ່ການໂອ້ລົມທາງໂທລະສັບ
(ພາບ: BNEWS/TTXVN)

ວັນທີ 07 ມັງກອນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເຈິ່ນຕວ໊ນແອັງ ດ້ວຍຖານະແມ່ນປະທານສະພາການຄ້າ ແລະ ການລົງທຶນຫວຽດນາມ - ອາເມລິກາ (TIFA) ໄດ້ໂອ້ລົມທາງໂທລະສັບກັບທ່ານຫົວໜ້າຜູ້ຕາງໜ້າດ້ານການຄ້າອາເມລິກາ (USTR) Robert Lighthizer ເພື່ອແລກປ່ຽນກ່ຽວກັບບັນຫາເສດຖະກິດ, ການຄ້າ 2 ຝ່າຍລະຫວ່າງ 2 ປະເທດ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ອາເມລິກາ ເລີ່ມດຳເນີນການສືບສວນຕາມມາດຕາ 301 ກົດໝາຍວ່າດ້ວຍການຄ້າ 1974 ສຳລັບບັນຫານະໂຍບາຍເງິນຕາ ແລະ ເລື່ອງນຳເຂົ້າ ແລະ ນຳໃຊ້ໄມ້ຂອງຫວຽດນາມ, ທ່ານສະເໜີໃຫ້ກະຊວງການຄ້າອາເມລິກາ ດຳເນີນການສືບສວນໂດຍຍຸຕິທຳ, ລະອຽດ ແລະ ກະຈ່າງແຈ້ງ, ພິຈາລະຈາທຸກບັນຫາຢ່າງລະມັດລະວັງ ເພື່ອມີຂໍ້ສະຫຼຸບຢ່າງພາວະວິໄສທີ່ສຸດ ແລະ ເໝາະສົມທີ່ສຸດຕໍ່ການສືບສວນ, ເພື່ອໃຫ້ 2 ຝ່າຍສິ້ນສຸດການສືບສວນດັ່ງກ່າວຢ່າງສະດວກ ແລະ ບໍ່ຈັດວາງພາສີຕໍ່ປະເພດສິນຄ້າຂອງຫວຽດນາມ.

        ສ່ວນທ່ານ Robert Lighthizer ໃຫ້ຮູ້ວ່າ, ປະຈຸບັນ, ກະຊວງການຄ້າອາເມລິກາ ພວມດຳເນີນການສືບສວນຢູ່, ຕີລາຄາທຸກຄຳເຫັນທີ່ກ່ຽວຂ້ອງເຖິງເຫດການ ແລະ ຍັງບໍ່ທັນໄດ້ປຶກສາຫາລືຂໍ້ສະຫຼຸບໃດໆສຳລັບຫວຽນາມ; ພ້ອມກັນນັ້ນ, ທ່ານຍັງໃຫ້ຮູ້ວ່າ ບາງຂໍ້ມູນທີ່ເສຍຫາຍກ່ຽວກັບແຜນການຂອງ ອາເມລິກາ ທີ່ຈັດວາງພາສີໃສ່ສິນຄ້າສົ່ງອອກຂອງຫວຽດນາມ ແມ່ນບໍ່ຖືກຕ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ