ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ສິງກາໂປ

ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ສິງກາໂປ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ ປະ​ຈຳ ສິງ​ກາ​ໂປ ຫງວຽນ​ຕ໋ຽນ​ມິງ
(ພາບ: Lê Hải/Vietnam+)

(vovworld) – ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ປີ​ມະ​ແມ 2015, ເມື່ອ​ຕອບ​ສ​ຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ສິງ​ກາ​ໂປ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ ປະ​ຈຳ ສິງ​ກາ​ໂປ ຫງວຽນ​ຕ໋ຽນ​ມິງ ໄດ້​ຊີ້​ແຈ້ງ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກາ​ໂປ ປີ 2014, ເຊິ່​ງ​ແມ່ນ​ປີ​ທຳ​ອິດ 2 ປະ​ເທດ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​​ກ່ຽວ​ກັບການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ກໍ່​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນບໍ່​ແມ່ນ​ໜ້ອຍ​ຂອງ​ປ​ະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສິງ​ກາ​ໂປ ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ປີ​ຜ່ານ​ມາ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ, ເສດ​ຖະ​ກິດ​ການ​ເປັນ​ຈຸດ​ພົ້ນ​ເດັ່​ນ​ສຳ​ຄັນ​ໃນ​ປີ 2014 ເມື່ອ​ມູນ​ຄ່າ​ແລກ​ປ່ຽນ​ການ​ຄ້າ 2 ຝ່າຍ ຫວຽດ​ນາມ - ສິງ​ກາ​ໂປ ເພີ່ມ​ຂຶ້ນ 20%. ປະ​ຈຸ​ບັນ, ສິງ​ກາ​ໂປ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ 6 ຂອງ ຫວຽດ​ນາມ. ໃນ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ນັ້ນ ມີ​ການ​ປະ​ກອບ​ສ່ວນບໍ່​ແມ່ນ​ໜ້ອຍ​ຂອ​ງ​ປະ​ຊາ​ຄົ​ມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສິງ​ກາ​ໂປ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຕ໋ຽນ​ມິງ ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ສະ​ຖານ​ທູດ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ຄະ​ນະ​ຕິດ​ຕໍ່​​ສື່​ສານ​ຊາວ ຫວຽດ​ນາມ ເພື່ອ​ມີ​ການ​ເຄື່ອນ​ໄຫວຫຼາຍ​, ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ສິງ​ກາ​ໂປ ນັບ​ມື້​ນັບ​ສະ​ໜິດ​ຕິ​ດ​ພັນ​ນຳ​ກັນ​ກ່​ວາ ກໍ່​ຄື​ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ປະ​ຊາ​ຄົມ ແລະ ສະ​ຖານ​ທູດ​ຫຼາຍກ່​ວາ​ອີກ.


ຂ່າວ/ບົດ​ອື່ນ