(vovworld) - ຕອນເຊົ້າວັນທີ 23/6, ຢູ່ສູນກອງປະຊຸມສາກົນ ມຽນມາ ຢູ່ນະຄອນຫຼວງ Nay Pyi Taw, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ພ້ອມກັບທ່ານປະທານາທິບໍດີ ມຽນມາ Thein Sein, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ແລະ ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດການຮ່ວມມືສາກົນ Ayeyawady – ChaoPhraya- Mekong (ເອຢາວາດີ -ເຈົ້າພະຍາ- ແມ່ນ້ຳຂອງ) ຄັ້ງທີ 6 (ເອີ້ນຫຍໍ້ວ່າ ACMECS).
ຍຸດທະສາດຮ່ວມມືເສດຖະກິດທີ່ມີຊື່ຂອງແມ່ນ້ຳ 3 ສາຍຕົ້ນຕໍໃນເຂດລຸ່ມແມ່ນ້ຳຂອງແມ່ນ ອາຢາວາດີ – ເຈົ້າພະຍາ – ແມ່ຂອງ ດ້ວຍການເຂົ້າຮ່ວມຂອງ 5 ປະເທດແມ່ນ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ພ້ອມກັບບັນດາການນຳ ACMECS ຍອມຮັບບັນດາຄວາມຄືບໜ້າທີ່ບັນລຸໄດ້ໃນການຜັນຂະຫຍາຍແຜນການເຄື່ອນໄຫວໄລຍະແຕ່ 2013 – 2015, ພິເສດໃນການເຊື່ອມຕໍ່ຄົມມະນາຄົມ, ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນລະຫວ່າງ 5 ປະເທດ… ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ເນັ້ນໜັກຈຸດໝາຍລວມແມ່ນເພີ່ມທະວີການເຊື່ອມຕໍ່ການຮ່ວມມືໜູນຊ່ວຍກັນ, ພິເສດແມ່ນບັນດາຂົງເຂດບຸລິມະສິດເພື່ອແນໃສ່ຍົກສູງກຳລັງແກ່ງແຍ້ງຂອງບັນດາພື້ນຖານເສດຖະກິດ ແລະ ຊຸກຍູ້ການພັດທະນາແບບຍືນຍົງຢູ່ເຂດອະນຸພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ຢັ້ງຢືນວ່າ:
“ລັດຖະບານ ຫວຽດນາມ ພວມຍູ້ແຮງການປະຕິບັດບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງເຂັ້ມງວດ, ຍົກສູງກຳລັງຄວາມແກ່ງແຍ້ງຕິດພັນກັບບັນດາຍຸດທະສາດກະໂດດຂັ້ນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ. ຫວຽດນາມ ພວກຂ້າພະເຈົ້າຍາມໃດກໍ່ຖືເປັນສຳຄັນການຮ່ວມມື ACMECS ແລະ ກຽມພ້ອມກັບບັນດາປະເທດສະມາຊິກ, ບັນດາຄູ່ຮ່ວມມືພັດທະນາຜັນຂະຫຍາຍປະສິດທິຜົນຂອງໂຄງການຮ່ວມມື, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງທັງພາກພື້ນພວກເຮົາ”.
ປຶກສາກາລືທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບບັນດາການນຳ ACMECS ຢືນຢັນຄວາມຕັດສິນໃຈປັບປຸຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມລະຫວ່າງ 5 ປະເທດ ແລະ ຊຸກຍູ້ການຮ່ວມມື ACMECS ເພື່ອຜົນປະໂຫຍດຂອງປະຊາຊົນ 5 ປະເທດ, ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນ. ເນັ້ນໜັກເຖິງຫຼັກການຮ່ວມມືຈຸດສຸມ, ບໍ່ກະແຈກກະຈາຍ, ພຽງຊຸກຍູ້ບັນດາຂົງເຂດເຊິ່ງ ACMECS ມີທ່າແຮງ ແລະ ໂຄງປະກອບເຄື່ອນໄຫວກະທັດລັດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ ACMECS ວາງຈຸດສຸມຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ, ສ້າງຄວາມສະດວກດ້ານຄົມມະນາຄົມ ແລະ ການຄ້າຊາຍແດນ, ພິເສດແມ່ນລຽບຕາມບັນດາແລວເສດຖະກິດເຂດອະນຸພາກພື້ນ ແລະ ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳ ແລະ ຊັບພະຍາກອນສິ່ງແວດລ້ອມຢ່າງໝັ້ນຄົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…
ກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດອາຢາວາດີ – ເຈົ້າພະຍາ – ແມ່ຂອງຄັ້ງທີ 6 ໄດ້ຮັບຮອງເອົາແຜນການເຄື່ອນໄຫວໄລຍະ 2016 – 2018 ດ້ວຍຄາດໝາຍຍົກສູງກຳລັງແກ່ງແຍ້ງຂອງບັນດາພື້ນຖານເສດຖະກິດ, ນຳ ACMECS ກາຍເປັນຈຸດນັດພົບອັນດັບໜຶ່ງກ່ຽວກັບການລົງທຶນ ແລະ ທ່ອງທ່ຽວ, ສ້າງເປັນພື້ນຖານຜະລິດເປັນເອກະພາບໃນພາກພື້ນ ACMECS, ພິເສດຢູ່ບັນດາເຂດຊາຍແດນ ແລະ ນຳໃຊ້ກາລະໂອກາດພັດທະນາໃໝ່ ເຊິ່ງປະຊາຄົມອາຊຽນ ແລະ ບັນດາສັນຍາການຄ້າເສລີນຳມາໃຫ້.
ກອງປະຊຸມໄດ້ອອກຖະແຫຼງການຮ່ວມ ຂອງກອງປະຊຸມ ແລະ ເຫັນດີຈັດກອງປະຊຸມສຸດຍອດ ACMECS ຄັ້ງທີ 7 ຢູ່ຫວຽດນາມ.