ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 71 ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9ຢູ່ຫວຽດນາມ ວັນເສົາ ທີ 3 ກັນຍາ ຄ.ສ. 2016 | 15:53:00 ພາບປະກອບ (vovworld) – ຕອນຄຳ່ວັນທີ 2/9, ຢູ່ເມືອງ 1, ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດທີ່ດຶງດູດການເຂົ້າຮ່ວມຂອງປະຊາຊົນນະຄອນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ເພື່ອແນໃສ່ຮັບໃຊ້ປະຊາຊົນທຸກຊັ້ນຄົນ, ນະຄອນໂຮ່ຈີມິນ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະແດງສິລະປະທີ່ອຸດົມສົນບູນຢູ່ຖະໜົນຍ່າງ ຫງວຽນເຫ້ວ, ເຂດອະນຸສາວາລີ ຫງາບາຢ່ົ່ງ (ເມືອງ ຮອກມົນ), ເທດສະບານເມືອງ ເກີ່ນແທກ (ເມືອງເກີນເຢີ) ແລະ ສູນວັດທະນະທຳ, ກິລາກາຍຍະກຳເມືອງ ບີ່ງແຈງ. ຮອດເວລາ 21 ໂມງ ໄດ້ຈັດຕັ້ງການຍິງບັ້ງໄຟດອກຢູ່ບໍລິເວນ ອຸໂມງໃຕ້ດິນ ຖູທຽມ ແລະ ສວນສາທາລະນະວັດທະນະທຳ ເດີ່ມແຊນ. ແຕ່ວັນທີ 2 – 4/9, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ, ທີ່ດົ່ງໂມ, ເ ຊີນໄຕ, ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວສະແດງສິລະປະຕ່າງໆຂອງບັນດາຊົນເຜົ່າສ່ວນໜ້ອຍເພື່ອສະເຫຼີມສະຫຼອງ 71 ປີແຫ່ງວັນຊາດ (2/9). ເມື່ອມາຢ້ຽມຢາມ ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ, ປະຊາຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວໄດ້ເຈື່ອຈານເຂົ້າກັບວັດທະນະທຳເຂັ້ມຂົ້ນໄປດ້ວຍສີສັນບັນດາຊົນເຜົ່າເຂດຕາເວັນຕົກພາກເໜືອ, ຕາເວັນອອກພາກເໜືອ ດ້ວຍຈຸດພົ້ນເດັ່ນແມ່ນສີສັນວັດທະນະທຳຕະຫຼາດເຂດພູສູງທີ່ມີຫົວຂໍ້: “ເຊີນລາ: ຕະຫຼາດນັດຕ້ອນຮັບວັນບຸນເອກະລາດ”. Tag vovworld ວັນບຸນໃຫຍ່ ຂ່າວ/ບົດອື່ນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - EU ພິທີນຳສົ່ງອັດຖິນາຍທະຫານອາເມລິກາ ກັບເມືອປະເທດ IMF ຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ບັນລຸເກືອບ6% ໃນປີນີ້ ນັກຊ່ຽວຊານ ອິນໂດເນເຊຍ ຕີລາຄາ ຫວຽດນາມ ມີຫຼາຍມາດຕະການແກ້ໄຂ ບັດເຫຼືອງ IUU
ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕ້ອນຮັບ ແລະ ສົນທະນາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງເປັນທາງການ
ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ້າງຂີດໝາຍໃໝ່ໃຫ້ແກ່ການພັດທະນາແບບຍືນຍົງລະຫວ່າງການພົວພັນສອງປະເທດ
ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ