ພິ​ທີ​ນຳ​ສົ່ງ​ອັດ​ຖິ​ນາຍ​ທະ​ຫານ​ອາ​ເມ​ລິ​ກາ ກັບ​ເມືອ​ປະ​ເທດ

(VOVWORLD) - ທ່ານນາງ Susan Burns ຢັ້ງຢືນວ່າ ລັດຖະບານ ອາເມລິກາໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນແກ້ໄຂບັນຫາມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ຢ່າງສິ້ນເຊິງ.
ພິ​ທີ​ນຳ​ສົ່ງ​ອັດ​ຖິ​ນາຍ​ທະ​ຫານ​ອາ​ເມ​ລິ​ກາ ກັບ​ເມືອ​ປະ​ເທດ - ảnh 1ພິທີນຳສົ່ງອັດຖິນາຍທະຫານອາເມລິກາ ກັບເມືອປະເທດ (ພາບ: cand.com.vn)

ວັນທີ 26 ມິຖຸນາ, ພິທີນຳສົ່ງອັດຖິນາຍທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ (MIA) ຄັ້ງທີ 165 ໄດ້ດຳເນີນຢູ່ສະໜາມບິນສາກົນ ດ່ານັ້ງ. ນີ້ແມ່ນໝາກຜົນບາດກ້າວທຳອິດຂອງບັ້ນເຄື່ອນໄຫວປະສົມຄັ້ງທີ 155 ຢູ່ບາງແຂວງເຂດພາກກາງ ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ໄດ້ໃຫ້ການຕ້ອນຮັບທ່ານນາງ Susan Burns ຫົວໜ້າສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານຮອງລັດຖະມົນຕີ ຮ່າກິມງອກ ໄດ້ຢັ້ງຢືນວ່າ ຫວຽດນາມ ຮ່ວມກັບ ອາເມລິກາ ຊອກຫານາຍທະຫານຍັງຫາຍສາບສູນຢູ່ ຫວຽດນາມ; ທ່ານສະແດງຄວາມຊົມເຊີຍຕໍ່ເລື່ອງ ອາເມລິກາ ເພີ່ມທະວີການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ. ທ່ານຮອງລັດຖະມົນຕີ ຮ່າກິມງອກ ຢັ້ງຢືນວ່າ ເລື່ອງຍູ້ແຮງການຮ່ວມມືໃນຂົງເຂດນີ້ແມ່ນວິທີການດີທີ່ສຸດເພື່ອຮ່ຳບາດເພສົງຄາມ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດທີ່ແຕກຕ່າງກັນ.

ສ່ວນທ່ານນາງ Susan Burns ຢັ້ງຢືນວ່າ ລັດຖະບານ ອາເມລິກາໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນແກ້ໄຂບັນຫາມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ຢ່າງສິ້ນເຊິງ, ສະໜອງຂໍ້ມູນຊ່ວຍໃນການຊອກຫາ ແລະ ຖ່າຍທອດເຕັກໂນໂລຢີຢັ້ງຢືນ ADN ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ