ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດສະເຫລີມສະຫລອງວັນຄອບຄົວຫວຽດນາມ28/6

ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດສະເຫລີມສະຫລອງວັນຄອບຄົວຫວຽດນາມ28/6 - ảnh 1


(vovworld)-ຕອນ​ຄຳ່​ວັນ​ທີ 26/6 ຢູ່ ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​​ໄດ້​​ໄຂ​ວັນ​ບຸນ​ຄອບຄົວ​ຫວຽດນາມ ປີ 2014. ວັນ​ບຸນ​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ມະນຸດ​ຂອງ​ຄອບຄົວ​ຫວຽດນາມ ຢ່າງ​ເລິກ​ເຊິ່ງ, ຍູ້​ແຮງ​ການ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ປະຕິບັດ​ວິຖີ​ດຳ​ລົງ​ຊີວິດ​ຢ່າງ​ສີວິ​ໄລ, ການ​ປະ​ພຶດ​​ແບບ​ວັດທະນະທຳໃນ​ຄອບຄົວ​ ​ແລະ ວົງ​ຄະນາ​ຍາດ. ​ໃນ​ວັນ​ດຽວ​ກັນ, ຢູ່​ເມືອງ ຮ່ວາ​ວາງ,​ນະຄອນ ດາ​ຫນັງ ກໍ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ“​ຜູ້​ເປັນ​ແມ່,​ຄອບຄົວ ​ແລະ ​ເສັ້ນທາງ​​ໄປ​ເຖິງອະນາຄົດ​ຂອງ​ລູກ”. ​ເວທີ​ປາ​ໄສ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ຈຸດ​ສຸມ ​ເພື່ອ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ໃນ​ວົງ​ຄະນາ​ຍາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ​ໄພ​ສັງຄົມ ​ໃນ​ຊາວ​ຫນຸ່ມ.

ຂ່າວ/ບົດ​ອື່ນ