ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 38 ປີ ແຫ່ງວັນປົດປ່ອຍພາກໃຕ້

ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 38 ປີ ແຫ່ງວັນປົດປ່ອຍພາກໃຕ້ - ảnh 1
ໄຊຊະນະວັນທີ 30/4/1975

(vovworld) – ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 25/4 ຢູ່​ຫຼາຍ​ທ້ອງ​ຖີ່​ນ. ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ ​ໂດຍ​ແຂວງເຫົ້າຢາງ ຈັດ​ຕັ້ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເຫົ້າຢາງ ​ເຈິ່ນກົງ​ແຈ໋ງ ​ໄດ້​ຫວນ​ຄືນ​ມູນ​ເຊື້ອ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຂອງ​ກອງທັບ ​ແລະ ປະຊາຊົນ​ພາກ​ໃຕ້​ໃນ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ, ທ່ານ​ຢືນຢັນ​ວ່າ:

“ປະຫວັດສາດ​ໄດ້​ຜ່ານ​ໄປ​ແລ້ວ ​ແຕ່​ບັນດາ​ອະນຸສອນ​ກ່ຽວ​ກັບ​ການ​ປະກອບສ່ວນ, ການ​ເສຍສະຫຼະ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ສະຫາຍ, ປະຊາຊົນ​ໃນ​ບັ້ນ​ຮົບ​ປະຫວັດສາດ 30-4-1975 ຍັງ​ຄົງ​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ພວກ​ເຮົາ​ແຕ່ລະຄົນ. ພວກ​ຂ້າພະ​ເຈົ້າ​ຈະ​ນັບຖື , ຮັກສາຕະຫຼອດ​ໄປ ​ແລະ ​ເສີມ​ຂະຫຍາຍ​ບົນ​ເສັ້ນທາງ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ທະຫານ ​ແລະ ປະຊາຊົນ ​ເຫົ້າຢາງ ຈະ​ກຳ​ເອົາ​ກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ, ກໍ່ສ້າງ​ແຂວງ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ສວຍ​ງາມ, ສີວິ​ໄລ, ທັນ​ສະ​ໄໝ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ“

​ໃນ​ວັນ​ດຽວ​ກັນ, ​ແຂວງ ຊອກ​ຈັງ ກໍ່​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ​ໃນ​ໂອກາດ​ນີ້, ​ແຂວງ​ໄດ້​ເປີດ​ສະຫຼອງ​ອະນຸ​ສະຖານ​ສົງຄາມ​ຢູ່​ນະຄອນ​ຊອກ​ຈັງ.

 

ຂ່າວ/ບົດ​ອື່ນ