ການເຈລະຈາຍຸດທະສາດ ແລະ ການປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ -ລັດເຊຍ

(VOVWORLD) - ວັນທີ 14 ມິຖຸນາ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານ I.Morgulov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ເປັນປະທານການເຈລະຈາຍຸດທະສາດການຕ່າງປະເທດ - ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຄັ້ງທີ 9 ແລະ ການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ລັດເຊຍ, ຢູ່ຮ່າໂນ້ຍ.
ການເຈລະຈາຍຸດທະສາດ ແລະ ການປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ -ລັດເຊຍ - ảnh 1 ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ - ຫວຽດນາມ

2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບໂດຍຖືວ່າ ໃນສະພາບການຜັນແປໄປຢ່າງສັບສົນ, 2 ຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ໃນຂອບເຂດການຮ່ວມມື ອາຊຽນ - ລັດເຊຍ, ກໍ່ຄືໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນອາຊີ - ປາຊີຟີກ ແລະ ໃນໂລກ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ I.Morgulov ເນັ້ນໜັກວ່າ:

        “ສະພາບການໂລກໃນປະຈຸບັນມີການປ່ຽນແປງຢ່າງວ່ອງໄວ, ເລື່ອງບັນດາຄູ່ຮ່ວມມືຍຸດທະສາດຄືພວກເຮ     ົາໄດ້ແລກປ່ຽນບັນຫາຮີບດ່ວນ ແລະ ຈຳເປັນທີ່ສຸດ. ເຈລະຈາການເມືອງເປັນປະຈຳຢູ່ບັນດາຂັ້ນຕ່າງກັນອະນາຍາດໃຫ້ພວກເຮົາແກ້ໄຂບັນຫາເກີດຂຶ້ນ ແລະ ແລກປ່ຽນຄຳຄິດຄຳເຫັນເປັນປະຈຳບົນຈິດໃຈການຮ່ວມມືມິດຕະພາບທີ່ມີຢູ່ແລ້ວ.”

        2 ຝ່າຍເປັນເອກະພາບຕັດສິນໃຈຮັກສາ ແລະ ຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ - ການຄ້າ, ສູ້ຊົນຍົກວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 10 ຕື້ USD ໃນປີ 2020. 2 ຝ່າຍເຫັນດີສົມທົບກັນກະກຽມການຢ້ຽມຢາມ ສະຫະພັນລັດເຊຍຢ່າງເປັນທາງການ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນຢ່າງດີ ແລະ ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງອື່ນໆໃນປີ 2017, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ 2 ປະເທດເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງສຸດຂີດ. 2 ຝ່າຍກໍ່ຢືນຢັນສະໜັບສະໜູນແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ຖືວ່າ ບັນດາປະເທດສະມາຊິກຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ຄວນເຄົາລົບ ແລະ ປະຕິບັດບັນດາພັນທະຂອງຕົນຕາມສົນທິສັນຍາໃຫ້ຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ