ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ -
ອິນເດຍ ຂັ້ນຮອງລັດຖະມົນຕີເທື່ອທີ 10
(ພາບ: TTXVN)
(vovworld) - ແຕ່ວັນທີ 27/02 – 02/03/2017, ຄະນະຜູ້ແທນກະຊວງປ້ອງກັນປະເທດ ສາທາລະນະລັດ ອິນເດຍ ໂດຍທ່ານເລຂາກະຊວງປ້ອງກັນປະເທດ ອິນເດຍ Mohan Kumar ເປັນຫົວໜ້າຄະນະ ມາຢ້ຽມຢາມ ຫວຽດນາມ ດຳເນີນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຂັ້ນຮອງລັດຖະມົນຕີເທື່ອທີ 10.
ຕອນບ່າຍວັນທີ 01/03 ຄະນະຜູ້ແທນກະຊວງປ້ອງກັນປະເທດ ສາທາລະນະລັດ ອິນເດຍ ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ . ທີ່ການຕ້ອນຮັບທ່ານພົນເອກ ໂງຊວນລິກ ຕີລາຄາສູງໝາກຜົນແຫ່ງການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອິນເດຍ ຂັ້ນຮອງລັດຖະມົນຕີເທື່ອທີ 10 ແລະ ຢືນຢັນວ່າ: ການຮ່ວມມືດ້ານປ້ອງກັນຊາດ ຍັງຄົງແມ່ນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ແລະ ຖືວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ເພີ່ມທະວີເປີດກ້ວາງການຮ່ວມມືດ້ານປ້ອງກັນຊາດ; ຍູ້ແຮງການພົວພັນແລກປ່ຽນຢູ່ທຸກຂັ້ນ; ຮ່ຳຮຽນແລກປ່ຽນບົດຮຽນລະຫວ່າງບັນດາກອງທັບ, ເຫຼົ່າຮົບ, ການຮ່ວມມືສາກົນ…