ກຳປັ່ນຂອງໄຕ້ຫວັນ(ປະເທດຈີນ)ຫາຍສາບສູນໃນມະຫາສະໝຸດອັກລັງຕິກ
ກຳປັ່ນ Hsiang Fu Chun
(ພາບ: China.org)
|
(vovworld) – ວັນທີ 8/3, ເຈົ້າໜ້າທີ່ ໄຕ້ຫວັນ (ປະເທດຈີນ) ໄດ້ຮັບຮູ້ວ່າ: ກຳປັ່ນ ຂອງ ໄຕ້ຫວັນ ພ້ອມກັບສະມາຊິກ 49 ຄົນ, ໃນນັ້ນມີຊາວ ຫວຽດນາມ 2 ຄົນ, ຖືກຫາຍສາບສູນຢູ່ເຂດທະເລມະຫາສະໝຸດອັກລັງຕິກ ໃຕ້ ພາຍຫຼັງປະກາດນ້ຳຮົ່ວໄຫຼເຂົ້າກຳປັ່ນ. ກຳປັ່ນຕຶກປາມຶກ Hsiang Fu Chun ມີນ້ຳໝັກ 700 ໂຕນ, ຂາດການຕິດຕໍ່ກັບບໍລິສັດເຈົ້າພາບພາຍຫຼັງລາຍງານວ່າ: ມີນ້ຳພວມຮົ່ວໄຫລເຂົ້າກຳປັ່ນ ໃນເວລາ 3 ໂມງເຊົ້າວັນທີ 26/2 (ເວລາທ້ອງຖິ່ນ). ຕາມເອກະສານຈາກດາວທຽມແລ້ວ, ກຳປັ່ນລຳນີ້ພວມຢູ່ຫ່າງຈາກໝູ່ເກາະ Falklands ປະມານກ່ວາ 3.000 ກມ ກ່ອນທີ່ຫາຍສາບສູນ. ໄຕ້ຫວັນໄດ້ມານະພະຍາຍາມຊອກຫາ, ພ້ອມທັງຮຽກຮ້ອງການຊ່ວຍເຫຼືອຈາກ ອັງຊັງຕິງ ແລະ ອັງກິດ ກໍ່ຄືບັນດາກຳປັ່ນອື່ນຢູ່ເຂດນີ້.