(vovworld) – ວັນທີ 02/01, ກຳປູເຈຍ ໄດ້ຈັດສົ່ງກຸ່ມທີ 6 ລວມມີພົນທະຫານ 184 ຄົນໄປລີບານ ເພື່ອປ່ຽນແທນໃຫ້ກຸ່ມທີ 5 ຂອງປະເທດນີ້, ກຳລັງນີ້ໄດ້ສິ້ນສຸດພາລະໜ້າທີ່ປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ເປັນເວລາ 1 ປີຢູ່ລີບານ. ບັນດາພົນທະຫານກຳປູເຈຍ ຈະປະຕິບັດໜ້າທີ່ເກັບກູເລະເບີດບໍ່ທັນແຕກ, ກໍ່ສ້າງຂົວ ແລະ ທາງ, ສ້າງຄ້າຍພັກຊົ່ວຄາວ ແລະ ບັນດາປ້ອມປ້ອງກັນ, ພ້ອມທັງປິ່ນປົ່ວພະຍາດໃຫ້ປະຊາຊົນລີບານ.
ເລື່ອງກຳປູເຈຍ ຈັດສົ່ງກຸ່ມພົນທະຫານທີ 6 ເຖິງລີບານ ແມ່ນເຫດການທີ່ເປັນຂີດໝາຍ 10 ປີທີ່ກຳປູເຈຍ ຈັດສົ່ງກຳລັງປົກປັກຮັກສາສັນຕິພາບເຖິງບັນດາປະເທດພວມຖືກສົງຄາມທຳລາຍ. ນັບແຕ່ປີ 2006, ກຳປູເຈຍ ໄດ້ຈັດສົ່ງພົນທະຫານກວ່າ 3.370 ຄົນເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ ຊູດັງ, ຊູດັງໃຕ້, ສ.ອາຟະລິກາກາງ, ລີບານ…