ຄວນຈັດຕັ້ງການເຄື່ອນໄຫວຫາປາທີ່ມີຂອບຂະໜາດແລະປະສິດທິຜົນເສດຖະກິດສູງກ່ວາ
ທ່ານປະທານປະເທດ ເຈີ່ນດ້າຍກວາງ
ຢ້ຽມຢາມປະຊາຊົນຊາວປະມົງຢູ່ໝູ່ບ້ານຫາປາ ຄຸ້ມ ຟູທໍ້
(ພາບສຳນັກຂ່າວສານຫວຽດນາມ)
(vovworld) - ຕອນເຊົ້າວັນທີ 27/06, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມປະຊາຊົນຊາວປະມົງຢູ່ໝູ່ບ້ານຫາປາ ຄຸ້ມ ຟູທໍ້ (ເທດສະບານເມືອງ ຮ່ວາຮຽບຈູງ, ເມືອງ ດົງຮ່ວາ ແຂວງ ຟູອຽນ). ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີບັນດາກະຊວງ, ຂະແໜງສູນກາງ ແຂວງ ຟູອຽນ ເອົາໃຈໃສ່ໜູນຊ່ວຍຊາວປະມົງກູ້ຢືມທຶນ, ຕໍ່ກ່ຳປັ່ນໃຫຍ່ໄປຫາປາໄກຝັງ, ຈັດຕັ້ງການເຄື່ອນໄຫວຫາປາດ້ວຍຂອບຂະໜາດໃຫຍ່ກ່ວາ, ສ້າງຕັ້ງບັນດາໜ່ວຍຫາປາ, ສະຫະກອນຫາປາສິນທະເລ ເພື່ອສ້າງປະສິດທິຜົນເສດຖະກິດສູງກ່ວາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ມີກຸ່ມກ່ຳປັ່ນຂະໜາດໃຫຍ່ອອກຈາກຝັ່ງໄປຫາປາ ຊາວປະມົງຈຶ່ງມີເງື່ອນໄຂໜູນຊ່ວຍ, ຊ່ວຍເຫຼືອ, ປົກປ້ອງເຊິ່ງກັນ ແລະ ກັນ ເມື່ອພົບກັບພະຍຸ, ໂຈນສະຫຼັດ. ກຳລັງຕຳຫລວດທະເລ, ທະຫານປ້ອງກັຍຊາຍແດນ ຄວນເອົາໃຈໃສ່ເຖິງການໂຄສະນາເຜີຍແຜ່ຄວາມຮູ້ໃຫ້ຊາວປະມົງ, ໜູນຊ່ວຍປະຊາຊົນຊາວປະມົງອອກໄປຫາປາໄດ້ຢ່າງປອດໄພ. ແຂວງ ຟູອຽນ ຄວນຄົ້ນຄວ້າຮູບການຈັດຕັ້ງການເກັບຊື້, ປຸງແຕ່ງສິນທະເລ ເພື່ອໃຫ້ຜະລິດຕະພັນຂອງຊາວປະມົງມີມູນຄ່າສູງກ່ວາ. ຊີວິດການເປັນຢູ່ໄດ້ຮັບການປັບປຸງ, ມີລາຍຮັບດີກ່ວາ ຈະສ້າງກຳລັງໜູນໃຫ້ຊາວປະມົງຕັ້ງໜ້າເຄື່ອນໄຫວໄປຫາປາໄກຝັ່າງປະກອບສວ່ນຢັ້ງຢືນອະທິປະໄຕທະເລໝູ່ເກາະ, ຜົນປະໂຫຍດຂອງປະເທດຊາດ.