(ພາບປະກອບ)
(vovworld) - ວັນທີ 4/11 ຢູ່ຮ່າໂນ້ຍ, ເອກອັກຄະລັດຖະທູດ ອັງໂກລາ ປະຈຳຫວຽດນາມໄດ້ຈັດການປະຊຸມຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອັງໂກລາ ( 12/11/1975-12/11/2015 ) ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ປະເທດສາທາລະນະລັດ ອັງໂກລາ ຄົບຮອບ 40 ປີ (11/11/1975 – 11/11/2015). ທີ່ການປະຊຸມ, ທ່ານເອກອັກຄະລັດຖະທູດ ອັງໂກລາ Joao Manuel Bernado ໃຫ້ຮູ້ວ່າ: ຫວຽດນາມ ແລະ ສາທາລະນະລັດ ອັງໂກລາ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ໃນວັນທີ 12/11/1975. ນັບແຕ່ນັ້ນມາຮອດປະຈຸບັນ ການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາ ແລະ ໄດ້ດຳເນີນການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດເປັນປົກກະຕິ. ປະຈຸບັນ ມີຄູອາຈານຫວຽດນາມ ປະມານ 110 ຄົນ ແລະ ທ່ານໝໍ 220 ຄົນ ພວມປະຕິບັດງານຢູ່ອັງໂກລາ. ຈຳນວນ ແຮງງານຊາວຫວຽດນາມ ໄປເຮັດວຽກຢູ່ອັງໂກລານັບມື້ນັບເພີ່ມຂຶ້ນ, ປະຈຸບັນມີປະມານ 40.000 ຄົນ. ກ່ຽວກັບແງ່ຫວັງການຮ່ວມມື ລະຫວ່າງຫວຽດນາມ ແລະ ອັງໂກລາ, ທ່ານເອກອັກຄະລັດຖະທູດ ອັງໂກລາ Bernado ໃຫ້ຮູ້ວ່າ: ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດການຮ່ວມມື ອັງໂກລາ-ຫວຽດນາມ ແມ່ນໃຫຍ່ຫຼວງ, ພິເສດແມ່ນໃນຂົງເຂດນ້ຳມັນອາຍແກັດ, ຂຸດຄົ້ນບໍ່ແຮ່, ໂທລະຄົມ ແລະ ກະສິກຳ.