(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງວິວັດການປະຕິບັດງານ ແລະ ໂຄງການເຄື່ອນໄຫວຂອງບັນດາຜູ້ສະໝັກຮັບເລືອກຕັ້ງ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ການພົບປະ) |
ວັນທີ 04 ມີນາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16, ຫົວໜ່ວຍເລືອກຕັ້ງເລກທີ 12 ຂອງນະຄອນ ໂຮ່ຈີມິນ, ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງຂອງບັນດາຕາແສງ, ຄື: ບ່າດຽມ, ຊວັນເທີຍເຊີນ, ຮອກມົນ, ດົງແທັງ, ຝູຮ່ວາດົ່ງ, ບິງມີ້. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກ, ດ້ວຍການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງກວ່າ 1.100 ຄົນ.
ທີ່ກອງປະຊຸມ, ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງວິວັດການປະຕິບັດງານ ແລະ ໂຄງການເຄື່ອນໄຫວຂອງບັນດາຜູ້ສະໝັກຮັບເລືອກຕັ້ງ, ປາດຖະໜາວ່າ ເມື່ອໄດ້ຮັບການເລືອກຕັ້ງ, ບັນດາຜູ້ແທນຈະຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ການກຳນົດທິດການກະທຳໃຫ້ກາຍເປັນວຽກງານລະອຽດ.
ເມື່ອແບ່ງປັນກ່ຽວກັບບັນດາຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງກ່ຽວຂ້ອງເຖິງພາລະບົດບາດນິຕິບັນຍັດຂອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:
“ສະມາຊິກສະພາແຫ່ງຊາດຕ້ອງຢູ່ພາຍໃຕ້ການຕິດຕາມຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນອີງໃສ່ໝາກຜົນຕົວຈິງ. ນັ້ນແມ່ນກຳລັງໜູນເພື່ອໃຫ້ສະມາຊິກສະພາແຫ່ງຊາດມີຄວາມເດັດດ່ຽວ, ມີຄວາມຮັບຜິດຊອບຫຼາຍກວ່າ. ສະພາແຫ່ງຊາດແມ່ນອົງການສິດອຳນາດສູງສຸດຂອງລັດ, ແຕ່ສິດອຳນາດນັ້ນແມ່ນເລີ່ມມາຈາກປະຊາຊົນ ແລະ ຕ້ອງຮັບໃຊ້ປະຊາຊົນ. ຂ້າພະເຈົ້າຕາງໜ້າໃຫ້ຜູ້ສະໝັກຮັບເລືອກຕັ້ງ 5 ສະຫາຍທີ່ຫົວໜ່ວຍເລືອກຕັ້ງເລກທີ 12, ຖ້າໄດ້ຮັບຄວາມໄວ້ວາງໃຈ, ພວກຂ້າພະເຈົ້າຈະມີການກະທຳບົນພື້ນຖານໂຄງການທີ່ໄດ້ໃຫ້ຄຳໝັ້ນສັນຍານັ້ນ. ຄວາມເຊື່ອໝັ້ນຂອງຜູ້ມີສິດເລືອກຕັ້ງບໍ່ພຽງແຕ່ແມ່ນການສະໜັບສະໜູນເທົ່ານັ້ນ, ຫາກຍັງແມ່ນການຝາກຝັງໜ້າທີ່ຄວາມຮັບຜິດຊອບໃຫ້ພວກຂ້າພະເຈົ້າປະຕິບັດເປັນຢ່າງດີ, ມີປະສິດທິຜົນກວ່າ”.