ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) - ຕອນເຊົ້າວັນທີ 21/12, ຢູ່ສຳນັກງານລັດຖະບານ, ວາລະປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການແຫ່ງຊາດ APEC 2017, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ປະທານຄະນະກຳມະການແຫ່ງຊາດ APEC 2017. ກ່າວຄວາມເຫັນຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີວ່າ ວາລະປະຊຸມຕ້ອງສຸມໃສ່ເຮັດແຈ້ງບັນດາວຽກງານທີ່ໄດ້ປະຕິບັດສຳເລັດ ກໍ່ຄືບັນດາຄວາມຫຍຸ້ງຍາກ, ການທ້າທາຍ ແລະ ບັນດາບົດຮຽນໃນຕະຫຼອດປີແຫ່ງການກະກຽມຜ່ານມາ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ອົງການຈັດຕັ້ງ ແລະ ແຂວງ, ນະຄອນ ທີ່ເປັນສະມາຊິກຄະນະກຳມະການແຫ່ງຊາດສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ເປັນເຈົ້າການ ແລະ ຕັ້ງໜ້າກວ່າອີກໃນການຄົ້ນຄ້ວາ, ຕີລາຄາສະພາບການ ແລະ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແນໃສ່ຮັບປະກັນໃຫ້ປີ APEC 2017 ສຳເລັດຜົນໃນທຸກເນື້ອໃນ, ພິທີການ, ວັດຖຸ, ພະລາທິການ, ການໂຄສະນາ…
ໃນຕະຫຼອດປີ 2017 ຈະມີການເຄື່ອນໄຫວເກືອບ 200 ຢ່າງ, ໃນນັ້ນມີສັບປະດາຂັ້ນສູງ, ເຊິ່ງຈັດຕັ້ງໃນເດືອນ 11 ຢູ່ດ່ານັ້ງ. ປີ APEC 2017ແມ່ນໜຶ່ງໃນບັນດາຈຸດສຸມການທູດຂອງຫວຽດນາມໃນໄລຍະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກັບສາກົນ. ເດືອນ 3/2017, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທຳອິດ (SOM1) ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນຢູ່ນະຄອນ ຍາຈາງ.