ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງປະຊຸມວາລະທີ9
(ພາບປະກອບ)
(vovworld) – ວາລະປະຊຸມທີ 9 ຂອງຄະນະຊີ້ນຳສູນກາງກ່ຽວກັບປ້ອງກັນ ຕ້ານການສໍ້ລາດບັງຫລວງ ຈະຈັດຕັ້ງໃນວັນທີ 28/12 ຈະມາເຖິງ. ທີ່ວາລະປະຊຸມຄັ້ງນີ້, ຄະນະຊີ້ນຳສູນກາງກ່ຽວກັບປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຈະປຶກສາຫາລື, ໃຫ້ຄຳເຫັນໃສ່ບັນດາເນື້ອໃນ: ລາຍງານກ່ຽວກັບຄວາມຄືບໜ້າໃນການປະຕິບັດບົດສະຫລຸບຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ, ທີ່ວາລະປະຊຸມຄັ້ງທີ 8 ຂອງຄະນະຊີ້ນຳ; ລາຍງານໝາກຜົນຮັບຮູ້ບັນດາເຫດການ, ການສືບສວນ, ການຟ້ອງສານ, ການພິພາກສາບັນດາຄະດີ, ໂດຍຄະນະຊີ້ນຳຕິດຕາມ, ຊີ້ນຳ; ຄະນະວຽກງານການເມືອງພາຍໃນສູນກາງຕິດຕາມ, ເລັ່ງລັດ; ລາຍງານໝາກຜົນແຫ່ງການກວດກາດ້ານເສດຖະກິດ - ສັງຄົມຢູ່ທ້ອງຖິ່ນຕ່າງໆ. ພ້ອມທັງ ຮັບຟັງບົດລາຍງານຂອງຄະນະຊີ້ນຳກ່ຽວກັບສະພາບການ, ໝາກຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງປີ 2015 ແລະ ທິດທາງ, ໜ້າທີ່ປີ 2016; ລາຍງານປະເມີນຜົນ 3 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ; ລາຍການຈຸດສຸມປີ 2016 ຂອງຄະນະຊີ້ນຳ ພ້ອມກັບເນື້ອໃນທີ່ກ່ຽວຂ້ອງອື່ນໆຈຳນວນໜຶ່ງ.