ຄະນະຜູ້ແທນພັກກອມມູນິດຈີນແລະສະພາປຶກສາການເມືອງຈີນຢ້ຽມຢາມຫວຽດນາມ

ຄະນະຜູ້ແທນພັກກອມມູນິດຈີນແລະສະພາປຶກສາການເມືອງຈີນຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງຕ້ອນ​ຮັບ​
​ອີ​ເຈິ້ງ​ເຊີງ,ປະທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ
​​ແຫ່ງ​ຊາດ​ຈີນ​
ພາບ:chinhphu.vn
(vovworld)-​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ,   ທ່ານ​ອີ​ເຈິ້ງ​ເຊີງ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູຈິດ​ຈີນ, ປະທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​​ແຫ່ງ​ຊາດ​ຈີນ​ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ສະ​ພາ​ປຶກ​ສາ​ການ​ເມືອງ ຈີນ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 25-27/12/2014. ວັນ​ທີ 26/12/2014, ທ່ານ ອີ​ເຈິ້ງ​ເຊີງ ໄດ້​ເຈ​ລະ​ຈາ​ກັບ​ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ.

ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ສະ​ພາ​ປຶກ​ສາ​ການ​ເມືອງ​ຈີນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ຕີ​ລາ​ຄາ​ສູງ​ຄວາມ​ໝາຍ​ສຳ​ຄັນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ຄະ​ນະ ສຳ​ລັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ: ເລື່ອງ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ແລກ​ປ່ຽນ​ບົດ​ຮຽນ, ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ, ເປີດກວ້າງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື, ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນລະ​ຫວ່າງ​ປະ​ຊາ​ຊົນ, ຊາວ​ຫນຸ່ມ​ສອງ​ປະ​ເທດ​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ຂອງ​ພາກ​ພື້ນ ໃນ​ໂລກ. ທ່ານ ອີ​ເຈິ້ງ​ເຊີງ ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ພັກ, ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນຂັ້ນ​ສູງ, ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

ເມື່ອ​ຕ້ອນ​ຮັບ​ທ່ານ ອີ​ເຈິ້ງ​ເຊີງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຈີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ສອງ​ຝ່າຍ ຄວນ​ຄວບ​ຄຸມ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ໃຫ້​ເກີດ​ບັນ​ຫາ​ໃຫມ່​ທີ່​ສັບ​ສົນ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ບົນທະ​ເລ, ເປັນ​ຕົ້ນ​ແມ່ນ​ຜັນ​ຂະ​ຫຍາຍ​ຫນ່ວຍ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ເຂດ​ທະ​ເລນອກ​​ປະ​ຕູອ່າວ​ພາ​ກ​ເຫນືອ. ທ່ານ ອີ​ເຈິ້ງ​ເຊີງ ສະ​ເຫນີ ສອງ​ຝ່າຍ​ຈົ່ງ​ສົມ​ທົບ​ກັນ​ຄວບ​ຄຸມ​ສະ​ພາບ​ການ ເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ບົນ​ທະ​ເລ, ເພີ່ມ​ທະ​ວີ​ຄ​ວາມ​ເຂົ້າ​ໃຈ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

 

 

 

ຂ່າວ/ບົດ​ອື່ນ