ຄະນະສະມາຊິກສະພາແຫ່ງຊາດແຂວງທ໋າຍບີ່ງແລະນິງທ້ວນພົບປະກັບຜູ້ມີສິດເລືອກຕັ້ງ

ຄະນະສະມາຊິກສະພາແຫ່ງຊາດແຂວງທ໋າຍບີ່ງແລະນິງທ້ວນພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮືງ​ຮ່າ
(ພາບ: VGP/Nguyên Linh)

(vovworld) –  ​ວັນ​ທີ 11/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ແຂວງ ທ໋າຍ​ບີ່ງ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮືງ​ຮ່າ ເພື່ອ​ລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ແລະ ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ, ຂໍ້​ສະ​ເໜີ​​ຂອງ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ທ້ອງ​ຖີ່ນ. ​ໂດຍຕາງ​ໜ້າ​ໃຫ້​ຄະ​ນະ ສ​ສ​ຊ ແຂວງ ທ໋າຍ​ບີ່ງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ອະ​ພິ​ປາຍ​ກ່ຽວ​ກັບ​ເລື່ອງ​ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ພ້ອມ​ກັນ​ນັ້ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສືບ​ຕໍ່​ຮັບ​ຮູ້​ບັນ​ດາ​ຂໍ້​ສ​ະ​ເໜີ​​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ໃຫ້​ຮູ້​ວ່າ​ຈະ​ລວບ​ລວມ​ເພື່ອ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ຫົວ​ໜ່​ວຍ​ກ່ຽວ​ຂ້ອງ​ມີ​ສິດ​ອຳ​ນາດ​ເພື່ອ​ພິ​ຈາ​ລະ​ນາ, ແກ້​ໄຂ.

        ພາຍຫຼັງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ອັດ​ລົງ, ຄະ​ນະ ສ​ສ​ຊ ແຂ​ວງ ບີ່ງ​ທ້ວນ ຈັດ​ຕັ້ງ​ບັນ​ດາ​ການ​ພົບ​ປະ​ກັບ​ຜູ້​ມ​ີ​ສິດ​ເລືອກ​ຕັ້ງ​ທ້ອງ​ຖີ່ນ​ຕ່າງໆໃນ​ແຂວງ​ແຕ່​ວັນ​ທີ 1/12 ຮອດ​ປະ​ຈຸ​ບັນ. ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕີ​ລາ​ຄາ​ສູງວຽກ​ງານ​ຕິດ​ຕາມກວດ​ກາ, ສ້າງ​ກົດ​ໝາຍ​ຂອງສະ​ພາ​ແຫ່ງ​ຊາດ, ​ການຊັກ​ຖາມ, ຕອບ​​ຄຳຊັກ​ຖາມ​ຂອງ ສ​ສ​ຊ ສຳ​ລັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ບາງ​ທ່ານ ແລະ ​ບັນ​ຫາ​ສຳ​ຄັນ​​ຈຳ​ນ​ວນ​ໜຶ່ງຂອງ​ປະ​ເທດ​ຊາດ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ເອົາ​ໃຈ​ໃສ່​ປຶກ​ສາ​ຫາ​ລື, ຕີ​ລາ​ຄາ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນຫຼາຍ​ຖື​ວ່າ: ເລື່ອງ​ສະ​ພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສ​ຽງ​ໄວ້​ວາງ​ໃຈ​ບັນ​ດາ​ຕຳ​ແໜ່ງ​ຫຼັກ​ແຫຼ່ງ​​ແມ່ນ​ຖືກ​ຕ້ອງ, ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ຕີ​ລາ​ຄາ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ ສ​ສ​ຊ ຢ່າງ​ຖືກ​ຕ້ອງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຫັນ​ໄດ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຄວາມ​ຮັບ​ຜິດ​ຊອບ​ຂອງ ສ​ສ​ຊ. ຄະ​ນະ ສ​ສ​ຊ ແຂວງ ບີ່ງ​ທ້ວນ ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ ແລະ ອະ​ພິ​ປາຍ​ບາງ​ບັນ​ຫາ​ເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ທີ່ກອງ​ປະ​ຊຸມ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ