ງານບຸນຊຸດເສື້ອຍາວ ນະຄອນ ໂຮ່ຈີມິນ 2026: ຈັດຫຼາຍກິດຈະກຳຢ່າງຄືກຄື້ນໃນຕະຫຼອດເດືອນ ມີນາ
(VOVWORLD) - ຕອນຄ່ຳວັນທີ 06 ມີນາ, ຢູ່ຖະໜົນຍ່າງ ຫງວຽນເຫວ້, ງານບຸນຊຸດເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງທີ 12 ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ, ເລີ່ມຕົ້ນໃຫ້ແກ່ບັນດາກິດຈະກຳວັດທະນະທຳ - ການທ່ອງທ່ຽວທີ່ເປັນເອກະລັກໃນຕະຫຼອດເດືອນ ມີນາ.
ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ປີນີ້ມີທູດເຄື່ອງໝາຍການຄ້າ 37 ທ່ານ ໃນຫຼາຍຂົງເຂດເຂົ້າຮ່ວມ
|
ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ປີນີ້ມີ 17 ກິດຈະກຳຫຼັກ, ເຕົ້າໂຮມເສື້ອຍາວເກືອບ 400 ຊຸດ, ນາງແບບ, ນັກສະແດງກວ່າ 600 ຄົນ ພ້ອມດ້ວຍທູດເຄື່ອງໝາຍການຄ້າ 37 ທ່ານ ໃນຫຼາຍຂົງເຂດ. ຈຸດເນັ້ນໜັກຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບ 37 ທ່ານ ທີ່ມາຈາກບັນດາເຂດພາກໃນທົ່ວປະເທດ, ພ້ອມທັງມີນັກອອກແບບສາກົນເຂົ້າຮ່ວມເປັນເທື່ອທຳອິດ, ໃນນັ້ນ ມີນັກອອກແບບມາຈາກ ຍີ່ປຸ່ນ. ທ່ານ ເລເຈືອງຮ່ຽນຮວ່າ, ຮອງຜູ້ອຳນວຍການພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ຈຸດໃໝ່ຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບຫຼາຍຄົນທັງຢູ່ພາຍໃນ ແລະ ສາກົນອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນການເຊື່ອມໂຍງທີ່ນັບມື້ນັບຈະແຈ້ງຂອງງານບຸນຊຸດເສື້ອຍາວ ນະຄອນ ໂຮ່ຈີມິນ. ໄປຄຽງຄູ່ກັນນັ້ນ, ງານບຸນດັ່ງກ່າວຍັງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກ 168 ຕາແສງຢູ່ເຂດພິເສດ, ດ້ວຍຫຼາຍເຂດລົງຕົວຈິງອີກດ້ວຍ. ພວກຂ້າພະເຈົ້າຫວັງວ່າ ຈະປະກອບສ່ວນໂຄສະນາການທ່ອງທ່ຽວ, ວັດທະນະທຳຂອງນະຄອນ ໂຮ່ຈີມິນ”