
(ພາບ: tienphong.vn)
(vovworld)- ວັນທີ 27/1, ຢູ່ແຂວງນາມດິ້ງ, ໄດ້ໄຂງານວາງສະແດງໜັງສືພິມລະດູບານໃໝ່, ປີມະເມຍ 2014. ງານວາງສະແດງມີການເຂົ້າຮ່ວມຂອງໜັງສືພິມ, ວາລະສານລະດູບານໃໝ່ຂອງ 500 ອົງການສື່ມວນຊົນໃນທົ່ວປະເທດ ຊື່ງໄດ້ແນະນຳພາບພົດຂອງປະເທດຊາດຫວຽດນາມ ທີ່ມີຊີວິດຊີວາ ແລະ ໄດ້ເຕື້ອງເຖິງບັນດາຜົນງານທີ່ພົ້ນເດັ່ນໃນພາລະກິດປ່ຽນແປງໃໝ່ຂອງປະເທດຊາດ.
ໃນໂອກາດນີ້, ປຊຊ ນັບໝື່ນໆຄົນໄດ້ລັ່ງໄຫຼເຂົ້ານະຄອນຕາມກີ່ ແຂວງກວາງນາມ ເພື່ອຮັບຊົມງານບຸນດອກໄມ້, ໜັງສືພິມລະດູບານໃໝ່ປີ 2014 ດ້ວຍໜັງສືພິມ, ວາລະສານກ່ວາ 250 ປະເພດຂອງສູນກາງ ແລະ 63 ແຂວງນະຄອນໃນທົ່ວປະເທດ. ງານບຸນດອກໄມ້ລະດູບານໃໝ່ປີນີ້ໄດ້ວາງສະແດງ, ແນະນຳບັນດາຕົ້ນໄມ້ປະດັບ, ຫິນສິລະປະ, ປາປະດັບ….ສ່ວນຢູ່ສວນດອກໄມ້ນະຄອນດ່າລາດ ແຂວງເລິມດົ່ງ ໄດ້ໄຂງານບຸນດອກໄມ້ລະດູບານໃໝ່ປີມະເມຍ ດ້ວຍບັນດາຊະນິດຕົ້ນໄມ້, ດອກໄມ້ໃໝ່ ແລະ ຫາຍາກ…/.