(VOVWORLD) - ຕອນເຊົ້າວັນທີ 04 ມັງກອນ, ຢູ່ບ້ານ ຝຸຫືວ, ຕາແສງ ຮວ່າທິ້ງ, ກອງບັນຊາການທະຫານເຂດ 5 ໄດ້ສົມທົບກັບແຂວງ ດັກລັກ ຈັດຕັ້ງພິທີເປີດນຳໃຊ້ ແລະ ມອບເຮືອນຢູ່ 96 ຫຼັງ ໃນ “ບັ້ນເຄື່ອນໄຫວ ກວາງຈູງ”ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກພັງທະລາຍຍ້ອນຝົນຕົກໜັກນ້ຳຖ້ວມເມ່ືອທ້າຍປີ 2025.
ພິທີເປີດນຳໃຊ້ ແລະ ມອບເຮືອນຢູ່ ແລະ ວັດຖຸອຸປະກອນໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກພັງທະລາຍຍ້ອນຝົນຕົກໜັກນ້ຳຖ້ວມເມ່ືອທ້າຍປີ 2025 (ພາບ: VOV) |
ນີ້ແມ່ນຈຳນວນເຮືອນຢູ່ທີ່ໄດ້ກໍ່ສ້າງສຳເລັດໄວສຸດໃນຈຳນວນເຮືອນຢູ່ທັງໝົດ 331 ຫຼັງ ໂດຍທະຫານເຂດ 5 ໄດ້ຜັນຂະຫຍາຍກໍ່ສ້າງໃໝ່ຢູ່ແຂວງ ດັກລັກ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ພົນຕີ ເລງອກຫາຍ - ຜູ້ບັນຊາການທະຫານເຂດ 5, ຢັ້ງຢືນວ່າ:
“ບັ້ນເຄື່ອນໄຫວ ກວາງຈູງ ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ ໃນຍາມປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຄຸນສົມບັດອັນຈົບງາມຂອງຊາວ ຫວຽດນາມ ໄດ້ຮັບການປະກາຍແຈ້ງຢ່າງແຂງແຮງທີ່ສຸດ, ແມ່ນພະຍານຫຼັກຖານສະແດງໃຫ້ເຫັນວ່າ ພາຍຸນ້ຳຖ້ວມອາດຈະພັດຖະຫຼົມຫຼາຍສິ່ງຫຼາຍຢ່າງ ແຕ່ບໍ່ສາມາດພັດຖະຫຼົມນ້ຳໃຈຄວາມຮັກແພງຂອງມະນຸດດ້ວຍກັນ ເມື່ອມີບັນດາຊາຍຄາເຮືອນໃໝ່ໄດ້ຮັບການກໍ່ສ້າງຂຶ້ນ”.
ທ່ານ ພົນຕີ ເລງອກຫາຍ - ຜູ້ບັນຊາການທະຫານເຂດ 5 (ພາບ: VOV) |
ເນື່ອງໃນໂອກາດນີ້, ບັນດາເຫຼົ່າຮົບຂຶ້ນກັບກະຊວງປ້ອງກັນປະເທດ, ທະຫານເຂດ 5 ແລະ ທະຫານຢູ່ທ້ອງຖິ່ນ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງໃຫ້ແຕ່ລະຄອບຄົວ ເຊັ່ນ: ໂທລະທັດ, ຕູ້ເຢັນ, ພັດລົມ, ໝໍ້ຫຸງເຂົ້າ… ປະກອບສ່ວນໜູນຊ່ວຍພໍ່ແມ່ປະຊາຊົນກັບຄືນສູ່ການດຳລົງຊີວິດໂດຍໄວ.