ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໄປ​ທາງ​ທະ​ເລ ຍີ່​ປຸ່ນ

(VOVWORLD) -     ຕອນເຊົ້າວັນທີ 4 ມັງກອນ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກ ແລະ ບັນດາລູກສອນໄຟດັ່ງກ່າວລ້ວນແຕ່ຕົກລົງນອກເຂດເສດຖະກິດພິເສດ (EEZ) ຂອງ ຍີ່ປຸ່ນ. ໄລ່ມາຮອດຈຸດເວລາປັດຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບຜົນເສຍຫາຍ ຍ້ອນບັນດາລູກສອນໄຟດັ່ງກ່າວກໍ່ຂຶ້ນ.
ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໄປ​ທາງ​ທະ​ເລ ຍີ່​ປຸ່ນ - ảnh 1ການຍິງທົດລອງລູກສອນໄຟຢູ່ໃກ້ທະເລ ຍີ່ປຸ່ນ, ວັນທີ  24/12/2025 (ພາບ: KCNA/REUTERS)

  ໃນຂະນະນັ້ນ, ກອງເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ ໃນຕອນເຊົ້າວັນທີ ໐4 ມັງກອນ ກໍຖະແຫຼງຂໍ້ມູນຄ້າຍຄືກັນ. ຕາມຝ່າຍ ສ.ເກົາຫຼີ ແລ້ວ, ນີ້ແມ່ນການຍິງລູກສອນໄຟຄັ້ງທີ 2 ຢ່າງລຽນຕິດ ໃນ 2 ເດືອນຜ່ານມາຂອງ ສປປ.ເກົາຫຼີ. ຄັ້ງລ້າສຸດແມ່ນວັນທີ 7 ພະຈິກ 2025 ຜ່ານມາ.  ສິ່ງທີ່ໜ້າສົນໃຈແມ່ນຄັ້ງຍິງລູກສອນໄຟໄດ້ດຳເນີນກົງກັບໂອກາດທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ເລີ່ມດຳເນີນການຢ້ຽມຢາມທາງລັດຖະກິດ ຢູ່ ຈີນ.

        ເຖິງວ່າ ພຽງຢາງ ຍັງບໍ່ທັນສະແດງທັດສະນະຕໍ່ກັບບັນຫານີ້, ແຕ່ພາຍຫຼັງໄດ້ຮັບຂ່າວດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ອອກຄຳສັ່ງໃຫ້ບັນດາອົງການທີ່ກ່ຽວຂ້ອງດຳເນີນການເກັບກຳ ແລະ ວິເຄາະຂໍ້ມູນ, ຢັ້ງຢືນສະພາບການບັນດາກ່ຳປັ່ນ ແລະ ເຮືອບິນລຳຕ່າງໆທີ່ພວມເຄື່ອນໄຫວໃນພາກພື້ນ, ພ້ອມດຽວກັນນັ້ນ, ກະກຽມຄວາມພ້ອມຮັບມືກັບທຸກກໍລະນີທີ່ອາດຈະເກີດຂຶ້ນ.

ນັກຂ່າວ VOV ປະຈຳ ຍີ່ປຸ່ນ

ຕອບກັບ

ຂ່າວ/ບົດ​ອື່ນ