ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ບຸກ​ທະ​ລຸ​ຢ່າງ​ແຮງ​ຍາມ​ຕົ້ນ​ປີ 2026: ບັນ​ລຸ​ລາຍ​ຮັບ​ກວ່າ 2.000 ຕື້​ດົ່ງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສາ​ກົນ

(VOVWORLD) - ລາຍຮັບທັງໝົດທີ່ເກັບມາຈາກຂະແໜງທ່ອງທ່ຽວບັນລຸ 2,1 ພັນຕື້ດົ່ງ (ກວ່າ 92 ລ້ານ USD), ເພີ່ມຂຶ້ນປະມານ 254%. 
ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ບຸກ​ທະ​ລຸ​ຢ່າງ​ແຮງ​ຍາມ​ຕົ້ນ​ປີ 2026: ບັນ​ລຸ​ລາຍ​ຮັບ​ກວ່າ 2.000 ຕື້​ດົ່ງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສາ​ກົນ - ảnh 1ໂບດໃຫຍ່ນະຄອນ ຮ່າໂນ້ຍ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍໃນວັນທີ 01/01/2026 (ພາບ: VOV)

ພາຍໃນ 4 ວັນພັກບຸນປີໃໝ່ສາກົນ 2026 (ແຕ່ວັນທີ 01 ຫາວັນທີ 04 ມັງກອນ 2026), ຄາດວ່າ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 560.000 ເທື່ອຄົນ, ເພີ່ມຂຶ້ນປະມານ 250% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸປະມານ 110.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 287%. ລາຍຮັບທັງໝົດທີ່ເກັບມາຈາກຂະແໜງທ່ອງທ່ຽວບັນລຸ 2,1 ພັນຕື້ດົ່ງ (ກວ່າ 92 ລ້ານ USD), ເພີ່ມຂຶ້ນປະມານ 254%. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນລະດັບຟື້ນຟູ ແລະ ການເຕີບໂຕຢ່າງແຮງຮັບແຕ່ຊຸມວັນຕົ້ນປີຂອງຂະແໜງທ່ອງທ່ຽວນະຄອນຫຼວງ.

        ຕາມການຕີລາຄາຂອງຂະແໜງທ່ອງທ່ຽວແລ້ວ, ລະດັບການເພີ່ມຂຶ້ນຢ່າງແຮງນັບທັງດ້ານປະລິມານ ແລະ ລາຍຮັບນັ້ນ ກໍຍ້ອນໂອກາດພັກບຸນປີໃໝ່ແກ່ຍາວຮອດ 4 ວັນ, ຄວາມຫຼາກຫຼາຍ, ການປ່ຽນແປງໃໝ່ຂອງລະບົບຜະລິດຕະພັນທ່ອງທ່ຽວ, ການປະສານສົມທົບຢ່າງກົມກ່ຽວລະຫວ່າງມໍລະດົກ, ວັດທະນະທຳທີ່ເປັນມູນເຊື້ອກັບເຕັກໂນໂລຢີທີ່ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ