ງານລ້ຽງສະເຫຼີມສະຫຼອງ20ປີແຫ່ງວັນສ້າງການພົວພັນທາງການທູດຫວຽດນາມ-ອາເມລິກາເປັນປົກກະຕິ
ງານລ້ຽງສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນ
ທາງການທູດ ຫວຽດນາມ - ອາເມລິກາ ເປັນປົກກະຕິ
(ພາບ: CPV)
(vovworld) - ຕອນຄ່ຳວັນທີ 30/7 ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ຈັດຕັ້ງງານລ້ຽງສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນທາງການທູດ ຫວຽດນາມ - ອາເມລິກາ ເປັນປົກກະຕິ (1995 - 2015). ກ່າວຄຳເຫັນທີ່ນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຮ່າກີມງ້ອກ ເນັ້ນໜັກວ່າ: ສາຍພົວພັນ ຫວຽດນາມ - ອາເມລິກາ ໃນປະຈຸບັນພວມຢູ່ໄລຍະບັນລຸໄດ້ບັນດາໝາກຜົນອັນໃຫຍ່ຫລວງ, ໜ້າເຄົາລົບ ບໍ່ພຽງແຕ່ຂອງ 20 ປີແຫ່ງວັນມານະພະຍາຍາມບໍ່ຮູ້ອິດບໍ່ຮູ້ເມື່ອຍ ຫາກຍັງແມ່ນຂອງວິວັດການອັນຍາວນານກ່ວາອີກເທົ່ານັ້ນ. ທ່ານລັດຖະມົນຕີຊ່ວຍວ່າການຖືວ່າ: , ສິ່ງສຳຄັນທີ່ສຸດໃນອະນາຄົດແຫ່ງການພົວພັນ 2 ປະເທດ ແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ການພົວພັນ ຫວຽດນາມ - ອາເມລິກາ ຍັງມີຄວາມສາມາດປົ່ນຊ້ອນຫລາຍຢ່າງ ເພື່ອພັດທະນາຂຶ້ນສູ່ລະດັບສູງກ່ວາອີກ, ຕອບສະໜອງຜົນປະໂຫຍດ ແລະ ຄວາມມຸ່ງມາດຂອງປະຊາຊົນ 2 ປະເທດ.
ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Ted Osius ສຳຫຼວດກວດຄືນການພົວພັນລະຫວ່າງ 2 ປະເທດ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນວັນທີ 11/7/1995. ໂດຍຜ່ານບັນດາສາຍພົວພັນດ້ານການທູດ, ເສດຖະກິດ ແລະ ສັງຄົມ, ມາຮອດປະຈຸບັນ ການພົວພັນ 2 ປະເທດທັງເປັນເພື່ອນມິດ, ທັງເປັນຄູ່ຮ່ວມມື. ທ່ານເອກອັກຄະລັດຖະທູດ ຖືວ່າ: ບັນດາຄວາມມານະພະຍາຍາມ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອຮັກສາການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ ຈະ ໄດ້ຮັບການສືບຕໍ່ໃນ 20 ປີຕໍ່ໜ້າ ແລະ ໃນໄລຍະຍາວກ່ວາອີກ.