ງານໂຮມຊຸມນຸມສະເຫຼີມສະຫຼອງວັນຊີວະນາໆພັນ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 22/05, ຢູ່ຮ່າໂນ້ຍ, ກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງວັນຊີວະນາໆພັນ ດ້ວຍຫົວຂໍ້ວ່າ “ຊີວະນາໆພັນ ແລະ ນ້ຳ”. ປະຈຸບັນ ຫວຽດນາມ ໄດ້ເຂົ້າຮ່ວມບັນດາສົນທິສັນຍາສາກົນກ່ຽວກັບການປົກປັກຮັກສາຊີວະ ນາໆພັນຄື ສົນທິສັນຍາຊີວະນາໆພັນ, ສັນທິສົນຍາ Ramsar ກ່ຽວກັບການອະນຸລັກຮັກສາບັນດາເຂດດິນນ້ຳຖ້ວມທີ່ມີລະດັບສຳຄັນສາກົນ. ສົນທິສັນຍາສາກົນກ່ຽວກັບການຄ້າຂາຍສັດ, ພືດສາຊາດໄມ້ທີ່ມີໄພຈະຖືກສູນຫາຍໄປ. ທ່ານຟ້າມແອງເກື່ອງ, ຫົວໜ້າກົມອະນຸລັກຮັກສາຊີວະນາໆພັນ ແບ່ງປັນວ່າ.
“ປະຊາຄົມມີບົດບາດສຳຄັນທີ່ສຸດໃນວຽການປົກປັກ ຮັກສາຊີວະນາໆພັນ. ບັນດາເຂດທີ່ມີຊີວະນາໆພັນແມ່ນບັນດາເຂດອະນຸລັກຮັກສາແລະ ຢູ່ອ້ອມເຂດນັ້ນແມ່ນບ່ອນດຳລົງຊີວິດຂອງຊຸມຊົນ. ສະນັ້ນ, ເມື່ອຊຸມຊົນເຂົ້າຮ່ວມວຽກງານຄຸ້ມຄອງ ເຂົ້າເຈົ້າຈະເຂົ້າໃຈໄດ້ຄຸນຄ່າຂອງຊີວະນາໆພັນ, ເຂົ້າເຈົ້າຈະຖະນຸຖະໜອມກ່ວາ ຫຼືຈະປະກອບສ່ວນປົກປັກຮັກສາຊີວະນາໆພັນ ແລະ ເຂົ້າຮ່ວມການປູກປ່າ”.