ຈັດ​ງານ​ບຸນ​ລະ​ດູ​ບານ​ໃໝ່ ອຽນ​ຕື້ 2026 ດ້ວຍ​ຂອບ​ຂະ​ໜາດ​ໃຫ່​ຍ

(VOVWORLD) - ໜ້າສົນໃຈແມ່ນ ການສະແດງສິລະປະພິເສດໃນຕອນຄ່ຳວັນທີ 26 ກຸມພາຈະວາດພາບຄືນແນວຄິດຂອງພະພຸດທະເຈົ້າ ມະຫາກະສັດ ເຈິ່ນເຍິນຕົງ ຜ່ານເຕັກໂນໂລຊີການສະແດງ.
ຈັດ​ງານ​ບຸນ​ລະ​ດູ​ບານ​ໃໝ່ ອຽນ​ຕື້ 2026 ດ້ວຍ​ຂອບ​ຂະ​ໜາດ​ໃຫ່​ຍ - ảnh 1(ພາບ: TTXVN)

   ພິທີໄຂງານບຸນລະດູບານໃໝ່ ອຽນຕື້ 2026 ຈະຈັດຂຶ້ນໃນວັນທີ 26 ກຸມພາ (ກົງການວັນທີ 10 ເດືອນຈຽງປີມະເມຍ) ຢູ່ແຂວງ ກວາງນິງ. ນີ້ແມ່ນງານບຸນທີ່ມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ, ເປັນຂີດໝາຍສຳຄັນ ພາຍຫຼັງທີ່ອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ, ແລະ ວັດທະນະທຳ (UNESCO) ໄດ້ຈົດຊື່ເຂດປູ່ສະນີຍະສະຖານ ອຽນຕື້-ວິ້ງງຽມ-ໂກນເຊີນ, ກຽບບາກ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກ. ທີ່ການປະຊຸມຂ່າວກ່ຽວກັບການຈັດຕັ້ງງານວາງສະແດງພຸດທະສາສະໜາ ຈຸກເລີມອຽນຕື້ ແລະ ລາຍການສະແດງສິລະປະພິເສດ ໂຄສະນາມໍລະດົກວັດທະນະທຳໂລກ ອຽນຕຶ້ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 9 ກຸມພາ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ງານບຸນດ້ວຍການເຂົ້າຮ່ວມຂອງ 5 ຕາແສງ, ສ້າງເປັນງານບຸນວັດທະນະທຳເຊື່ອມຕໍ່ປະຊາຄົມຢ່າງແຮງ. ໜ້າສົນໃຈແມ່ນ ການສະແດງສິລະປະພິເສດໃນຕອນຄ່ຳວັນທີ 26 ກຸມພາຈະວາດພາບຄືນແນວຄິດຂອງພະພຸດທະເຈົ້າ ມະຫາກະສັດ ເຈິ່ນເຍິນຕົງ ຜ່ານເຕັກໂນໂລຊີການສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ