(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍໃຫ້ການໜູນຊ່ວຍສະຖານທູດ, ບັນດາອົງການຕາງໜ້າ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດງານຢູ່ລາວ ຢ່າງທັນການ, ມີປະສິດທິຜົນ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ກ່າວຄຳເຫັນທີ່ງານລ້ຽງ |
ຕອນຄ່ຳວັນທີ 09 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດງານລ້ຽງຕ້ອນຮັບລະດູບານໃໝ່ປີມະເມຍ 2026. ເມື່ອກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທີ່ຍາມໃດກໍໃຫ້ການໜູນຊ່ວຍສະຖານທູດ, ບັນດາອົງການຕາງໜ້າ, ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດງານຢູ່ລາວ ຢ່າງທັນການ, ມີປະສິດທິຜົນ; ພ້ອມທັງຢັ້ງຢືນວ່າ ປະຊາຊົນ ຫວຽດນາມ ຈະຜູກພັນຮັກໄຄ່ກັບປະຊາຊົນລາວຕະຫຼອດໄປ, ພ້ອມກັນມານະພະຍາຍາມເພື່ອພາລະກິດສ້າງສາ, ປົກປັກຮັກສາ ແລະ ການພັດທະນາຂອງແຕ່ລະປະເທດ. ສ່ວນທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລາວ ເນັ້ນໜັກວ່າ:
“ເຖິງວ່າສະພາບການພາກພື້ນ ແລະ ໂລກ ຈະມີການຜັນແປແນວໃດກໍຕາມ, ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍຮຽງບາຮຽງໄຫຼພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ນັບມື້ນັບມີປະສິດທິຜົນດ້ວຍຄຸນນະພາບໃໝ່, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.”
ທ່ານຮອງນາຍົກລັດຖະມົນຕີ ວິໄລ ຫຼ້າຄຳຟອງ ເຊື່ອໝັ້ນວ່າ ບັນດາຜົນງານອັນຍິ່ງໃຫຍ່ເຊິ່ງ ຫວຽດນາມ ຍາດມາໄດ້ ຈະແມ່ນພື້ນຖານສຳຄັນເພື່ອປະຕິບັດສຳເລັດບັນດາເປົ້າໝາຍໃນສັງກາດໃໝ່.
ນັກຂ່າວ VOV ປະຈຳ ລາວ