ຈີນ ຄັດ​ຄ້ານ​​ອາ​ເມ​ລິ​ກາ ເຊື້ອ​ເຊີນ​ໄທ​ເປ (ຈ​ີນ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ

(VOVWORLD) -ຕາມບັນຊີລາຍຊື່ຂອງ ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊື້ອເຊີນ ໄທເປ (ຈີນ) ເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳກ່ຽວກັບອະທິປະໄຕ ໃນເດືອນຈະມາເຖິງ.

ຈີນ ຄັດ​ຄ້ານ​​ອາ​ເມ​ລິ​ກາ ເຊື້ອ​ເຊີນ​ໄທ​ເປ (ຈ​ີນ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ - ảnh 1ທ່ານ ແຈ້ວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ  (ພາບ: ກະຊວງການຕ່າງປະເທດ ຈີນ)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ໃນວັນທີ 24 ພະຈິກ, ທ່ານ ແຈ້ວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເນັ້ນໜັກວ່າ ຈີນ ຄັດຄ້ານຕໍ່ການກະທຳນີ້ຂອງ ອາເມລິກາຢ່າງເດັດຂາດ. ລັດຖະບານສາທາລະນະລັດ ປະຊາຊົນ ຈີນ ແມ່ນລັດຖະບານທີ່ຖືກຕາມກົດໝາຍອັນໜຶ່ງດຽວທີ່ຕາງໜ້າໃຫ້ແກ່ ຜືນແຜ່ນດິນຈີນ ແລະ ໄທເປແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກ ຈີນໄດ້. ຈີນ ຮຽກຮ້ອງໃຫ້ ອາເມລິກາ ປະຕິບັດຕາມຫຼັກການ “ຈີນປະເທດດຽວ”, ຂໍ້ກຳນົດຂອງ 3 ຖະແຫຼງການຮ່ວມ ຈີນ - ອາເມລິກາ ກໍ່ຄືຢຸດຕິການສະໜອງຮາກຖານ ແລະ ເປີດປະຕູໃຫ້ແກ່ກຳລັງ “ໄຕ້ຫວັນເອກະລາດ”.

ນັກຂ່າວ VOV ປະຈຳປັກກິ່ງ

ຕອບກັບ

ຂ່າວ/ບົດ​ອື່ນ