ຈິນ ຖະແຫຼງຈະບໍ່ໂອ້ລົມ ສົນທະນາກັບນາຍົກ ລັດຖະມົນຕີ ຍີ່ປູນ

ຈິນ ຖະແຫຼງຈະບໍ່ໂອ້ລົມ ສົນທະນາກັບນາຍົກ ລັດຖະມົນຕີ ຍີ່ປູນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່​ປູນ Shinzo Abe ມາ​ຢ້ຽມຢາມ​ພະ​ວິຫານ Yasukuni
(ພາບ: Wire)


(vovworld) - ຈິນ ຖະ​ແຫຼງຈະ​ບໍ່​​ໂອ້​ລົມ​ສົນທະນາກັບ​ນາຍົກລັດຖະມົນຕີ ຍີ່​ປູນ ​ແມ່ນ​ປະຕິກິລິຍາ​ຂອງ​ຝ່າຍ ຈິນ ພາຍຫຼັງທ່ານ​ນາຍົກລັດຖະມົນຕີ ຍີ່​ປູນ Shinzo Abe ມາ​ຢ້ຽມຢາມ​ພະ​ວິຫານ Yasukuni, ທີ່​ນະຄອນຫຼວງ ​ໂຕກຽວ, ຍີ່​ປູນ, ວັນ​ທີ 26/12. ທີ່​ກອງ​ປະຊຸມນັກ​ຂ່າວ​ນັດ​ສາມັນ​ເມື່ອ 30/12, ​ໂຄ​ສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ຈິນກາງ ຖື​ວ່ານາຍົກລັດຖະມົນຕີ ຍີ່​ປູນ ​ໄດ້ “ອັດ​ປະຕູ​ການ​​ໂອ້​ລົມ​ສົນທະນາ” ກັບ​ບັນດາ​ຜູ້ນຳ ຈີນ ​ເມື່ຶອດຳ​ເນີນ​ການ​ຢ້ຽມຢາມ​ດັ່ງກ່າວ ​ແລະ ການ​ເຄື່ອນ​ໄຫວພິຈາລະນາລະຫວ່າງສອງປະເທດພຽງຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ເມື່ອ ນາຍົກລັດຖະມົນຕີ Shinzo Abe ຍອມຮັບຄວາມ​ຜິດພາດຕ່າງໆ​ກ່ຽວກັບບັນດາ​ບັນຫາ​ລະຫວ່າງ​ສອງ​ປະ​ເທດ​ນັບ​ແຕ່​ເມື່ອ​ທ່ານ​​ໄດ້ຮັບດຳລົງ​ແໜ່ງກ່ອນນີ້ໜຶ່ງປີ.

      ນີ້​ແມ່ນ​ເທື່ອ​ທຳ​ອິດ​ໃນ 7 ປີຜ່ານມາ​ທີ່ ນາຍົກລັດຖະມົນຕີ ຍີ່​ປູນ ທ່ານໜຶ່ງມາ​ຢ້ຽມຢາມພະ​ວິຫານທີ່​ໄດ້ກໍ່​ຄວາມ​ໂຕ້​ຖຽງຊຶ່ງ​ແມ່ນສະຖານ​ທີ່​​ບູຊາ​ບັນດາ​ພົນທະຫານ ຍີ່​ປູນ ​ເສຍສະຫຼະຊີວິດ​ໃນ​ສົງຄາມ. ຢູ່ພະ​ວິຫານດັ່ງກ່າວ​ກໍ່ບູຊາອາດຊະຍາ​ກອນ​ສົງຄາມ​ບາງ​ຄົນ, ດັ່ງນັ້ນ​ການ​ຢ້ຽ​ມຢາມ​ຕ່າງໆຂອງ​ບັນດາ​ເຈົ້າໜ້າທີ່ ຍີ່​ປູນ ຍາມ​ໃດ​ກໍ່ສ້າງ​ໃຫ້​ມີປະຕິກິລິຍາ​ຢ່າງ​ແຮງ​ຈາກ ຈີນ ​ແລະ ສ.​ເກົາຫຼີ ຊຶ່ງ​ສອງ​ຝ່າຍ​ຖື​ວ່າ ພະ​ວິຫານ Yasukuni ​ແມ່ນ​ສັນຍາ​ລັກ​ຂອງ​ລັດທິ​ຂຸນ​ເສິກ ຍີ່​ປູນ ​ໃນອະດີດຕະການ.

ຂ່າວ/ບົດ​ອື່ນ