ຈຳນວນກໍລະນີຕິດແປດໄວຣັດMERSຢູ່ຊາອຸດິອາຣັບບິຂຶ້ນເຖິງ700ຄົນ
ຕ້ອງປິດປາກເພື່ອກັນໄວຣັດ
(ພາບປະກອບ)
(vovworld) – ວັນທີ 9/6, ກະຊວງສາທາລະນະສຸກ ອາຣັບບິ ຊາອຸດີ ຮັບຮູ້ວ່າ: ມີ 2 ກໍລະນີຕິດໄວຣັດ MERS ໃໝ່, ຍົກຍອດຈຳນວນກໍລະນີຕິດພະຍາດໃນປະເທດນີ້ຂຶ້ນເຖິງ 700 ຄົນ, ໃນນັ້ນມີ 287 ຄົນເສຍຊີວິດ.
ນອກຈາກ ອາຣັບບິ ຊາອຸດີ ແລ້ວ, ປະຈຸບັນຫຼາຍປະເທດໃນໂລກ ໃນນັ້ນມີ ອີຢິບ, ຈໍແດນ, ລີບັງ, ໂຮນລັງ, ອາຣັບ ເອມີເຣັດ ຢູ່ໃນເຕດ (UAE) ແລະ ອາເມລິກາ ໄດ້ຮັບຮູ້ບັນດາກໍລະນີຕິດໄວຣັດ MERS ໃໝ່. ຜູ້ຕິດພະຍາດທັງໝົດລ້ວນແຕ່ເຄີຍໄປທ່ອງທ່ຽວເຖິງ ອາຣັບບິ ຊາອຸດີ ໃນໄລຍະມໍ່ໆມານີ້.