ຈຳນວນແຂກທ່ອງທ່ຽວໄປຢ້ຽມຢາມບັນດາທ້ອງຖີ່ນໃນຊຸມມື້ຕົ້ນປີເພີ່ມຂຶ້ນສູງ

ຈຳນວນແຂກທ່ອງທ່ຽວໄປຢ້ຽມຢາມບັນດາທ້ອງຖີ່ນໃນຊຸມມື້ຕົ້ນປີເພີ່ມຂຶ້ນສູງ - ảnh 1
ແຂ​ກ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ກຸ້ງ​ເກົ່າ​ເຫ້ວ
(ພາບ: dantri.com)

(vovworld) –  ​ໃນ​ວັນ​ທຳ​ອິດ​ຂອງ​ປີ​ໃໝ່ 2015 ນີ້, ຖ້ຳ ຟອງ​ຍາ - ເກ໋​ບ່າງ ແລະ ຕຽນ​ເຊີນ ຂຶ້ນ​ກັບ​ເຂດ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ ຟອງ​ຍາ - ເ​ກ໋​ບ່າງ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 1.000 ເທື່ອ​ຄົນ, ໃນ​ນັ້ນ​ມີ 1/3 ແມ່​ນ​ແຂກ​ທ່ອງ​ທ່ຽວ​ມາ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ.

        ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ມີ​ແຂກ​ທ່ອງ​ທ່ຽວ​ປະ​ມານ 10.000 ເທື່ອ​ຄົນ​, ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 6.000 ຄົນ​ໄດ້​ມາຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸ້ງ​ເກົ່າ ເຫ້ວ.

        ບ້ານ ຢົກ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທ່ອງ​ທ່ຽວ​ທີ່​ໂດ່ງ​ດັ່ງ​ໃນ​ຊາຍ​ແດນ ຫວຽດ - ​ຈີນ, ຂຶ້ນ​ກັບ​ເມືອງ ຈູງ​ແຄ໋ງ, ແຂວງ ກາວ​ບັ່ງ. ໃນ​ໂອກ​າດ​ປີ​ໃໝ່​ສາ​ກົນ​ນີ້, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ແລ​ະ ​ຊົມ​ທັດ​ສະ​ນີ​ຍະ​ພາບ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ປະ​ມານ 1.000 ເທື່ອ​ຄົນ/ມື້.

ຂ່າວ/ບົດ​ອື່ນ