ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ- ສ.ເກົາຫຼີ
(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມ ສ.ເກົາຫຼີ, ວັນທີ 21 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ພົບປະກັບປະທານາທິບໍດີ ສ.ເກົາຫຼີ Moon Jae In, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon, ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung Wha ແລະ ເຂົ້າຮ່ວມການພົບປະສົນທະນາກັບບັນດາວິສາຫະກິດແຖວໜ້າຂອງ ສ.ເກົາຫຼີ.
ທ່ານຮອງນາຍົກລັດຖະມົນຕີ ຝ້າມບິນມິນ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae In |
ທີ່ການພົບປະກັບ ປະທານາທິບໍດີ ສ.ເກົາຫຼີ Moon Jae In, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ຢືນຢັນວ່າ ລັດຖະບານຫວຽດນາມຖືເປັນສຳຄັນ ແລະ ຫວັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສ.ເກົາຫຼີເພື່ອການພັດທະນາຂອງ 2 ປະເທດ ເພື່ອສັນຕິພາບ ແລະ ການຮ່ວມມືຢູ່ 2 ພາກພື້ນ ແລະ ໃນໂລກ. ສ່ວນປະທານາທິບໍດີ ສ.ເກົາຫຼີ Moon Jae In ຢືນຢັນພ້ອມແລ້ວຈະສະໜັບສະໜູນ, ຮ່ວມມື ແລະ ແບ່ງປັນບົດຮຽນເພື່ອການພັດທະນາຂອງຫວຽດນາມ.
ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ສະເໜີລັດຖະບານ ສ.ເກົາຫຼີ ຄວນຊຸກຍູ້ດຸ່ນດຽງການຄ້າ, ສູ້ຊົນຍົກວົງເງິນການຄ້າ 2 ປະເທດໃຫ້ບັນລຸ 100 ຕື້ USD ໃນປີ 2020, ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເພີ່ມທະວີການລົງທຶນ, ພັດທະນາພື້ນຖານໂຄງລ່າງ.
ທີ່ການເຈລະຈາລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung Wha, 2 ຝ່າຍເປັນເອກະພາບຜັນຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ໃນນັ້ນດຳເນີນສົນທະນາຍຸດທະສາດກ່ຽວກັບການຕ່າງປະເທດ, ການປ້ອງການຊາດ-ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີການຕ່າງປະເທດໂດຍໄວ, ປະຕິບັດບັນດາມາດຕະການເພື່ອຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາເປັນປົກກະຕິ ແລະ ດຸ່ນດ່ຽງ.