(vovworld) - ຕອນເຊົ້າວັນທີ 25/07, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Takahasi Kyohei ແລະ ທ່ານ Nakamura Kunihira, ປະທານຮ່ວມຄະນະກຳມະການເສດຖະກິດຍີ່ປຸ່ນ - ຫວຽດນາມ ຂຶ້ນກັບສະຫະພັນບັນດາອົງການເສດຖະກິດຍີ່ປຸ່ນ (Keidanren) ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປາດຖະໜາວ່າ, ຄະນະກຳມະການເສດຖະກິດຍີ່ປຸ່ນ - ຫວຽດນາມ ກໍ່ຄື Keidanren ຈະສືບຕໍ່ສະນັບສະໜູນ ແລະ ໜູນຊ່ວຍຢ່າງມີປະສິດທິຜົນ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ແຫຼ່ງເງິນລົງທຶນຂອງບັນດາວິສາຫະກິດຍີ່ປຸ່ນເຂົ້າຫວຽດນາມ ຫຼາຍກວ່າອີກ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນຕໍ່ການປະຕິບັດຂໍ້ລິເລີ່ມລວມຫວຽດນາມ - ຍີ່ປຸ່ນ ໄລຍະທີ 5 ຈະມາເຖິງ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດຫຼາຍກວ່າອີກ, ພິເສດແມ່ນ 6 ຂະແໜງບຸລິມະສິດໃນຍຸດທະສາດຫັນເປັນອຸດສາຫະກຳຂອງຫວຽດນາມ ໃນຂອບເຂດການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ.
ທ່ານ Takahasi Kyohei ແລະ ທ່ານ Nakamura Kunihira ເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມຂອງ 2 ຝ່າຍ, ການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່; ພ້ອມທັງປາດຖະໜາວ່າ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນຍີ່ປຸ່ນ ມາສຳຫຼວດຕົວຈິງ, ຊອກຫາກາລະໂອກາດ ຮ່ວມມືລົງທຶນຢ່າງມີປະສິດທິຜົນ ແລະ ຍາວນານຢູ່ຫວຽດນາມ.