ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ມີການພົບປະເຈລະຈາກັບຜູ້ມີອຳນາດເຕັມແຫ່ງປະເທດນີວຊີແລນ Jerry Mateparae
(vovworld) – ຕອນເຊົ້າວັນທີ 6/8, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ມີການພົບປະເຈລະຈາກັບຜູ້ມີອຳນາດເຕັມແຫ່ງປະເທດນີວຊີແລນ Jerry Mateparae, ທີ່ພວມຢູ່ຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ: ຫວຽດນາມຖືເປັນສຳຄັນ ແລະ ປາຖະໜາຢາກຊຸກຍູ້ການພົວພັນຮ່ວມມືຢ່າງຮອບດ້ານກັບນິວຊີແລນ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີສະເໜີວ່າ ດ້ວຍກົນໄກທີ່ມີຢູ່ແລ້ວ, ສອງຝ່າຍຈະມານະພະຍາຍາມປະຕິບັດໂຄງການດຳເນີນງານຫວຽດນາມ - ນິວຊີແລນ ໄລຍະ 2013 – 2016. ຕາມນັ້ນແລ້ວ, ສອງຝ່າຍຈະສະໜັບສະໜູນກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ.
ສ່ວນຜູ້ມີອຳນາດເຕັມແຫ່ງປະເທດນີວຊີແລນ Jerry Mateparae ກໍ່ໃຫ້ຮູ້ວ່າ, ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງຄະນະ ເພື່ອແນໃສ່ຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ນິວຊີແລນໃນທຸກຂົງເຂດ, ພິເສດແມ່ນເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສີກຳ, ການສຶກສາ, ການບິນ, ເຕັກໂນໂລຢີສະອາດ, ການທ່ອງທ່ຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຍັງຢືນຢັນວ່າ, ນິວຊີແລນ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືທາງດ້ານການສຶກສາກັບຫວຽດນາມ ແລະ ຫວັງວ່າ, ຫວຽດນາມຈະສະໜັບສະໜູນນິວຊີແລນ ເປີດກວ້າງການຮ່ວມມື, ພົວພັນແລກປ່ຽນດ້ານການຄ້າກັບບັນດາປະເທດໃນອາຊຽນ, ແລະ ສະໜັບສະໜູນກັນໃນເວທີປາໄສສາກົນ ແລະ ພາກພື້ນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.