ຊຸມມື້ຫວຽດນາມ ຢູ່ ມີລານ, ປະເທດອີຕາລີ

ຊຸມມື້ຫວຽດນາມ ຢູ່ ມີລານ, ປະເທດອີຕາລີ - ảnh 1
ງານ​ວາງສະ​ແດງຮູບ​ພາບ​ສິລະ​ປະດ້ວຍ​ຫົວ​ຂໍ້​ວ່າ
“ສີສັນ​ຫວຽດນາມ” ຢູ່​ມີ​ລານ
(ພາບ: vietnamplus.vn)


(vovworld) – ງານ​ວາງສະ​ແດງຮູບ​ພາບ​ສິລະ​ປະດ້ວຍ​ຫົວ​ຂໍ້​ວ່າ “ສີສັນ​ຫວຽດນາມ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 22 ຕຸ​ລາ, ຢູ່​ມີ​ລານ, ສູນ​ການ​ຄ້າ ​ແລະ ວັດທະນະທຳ​ໃຫຍ່​ຂອງ​ອີ​ຕາ​ລີ, ອັນ​ໄດ້​ເປີດ​ສາກ​ບັນດາ​ການ​ເຄື່ອນ​ໄຫວ​ເຊິ່ງ​ນອນ​ໃນ​ຂອບ​ເຂດ “ຊຸມ​ມື້​ຫວຽດນາມ” ຢູ່​ມີ​ລານ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ (1973 - 2013).

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ​ເນັ້ນ​ໜັກ​ວ່າ “ຊຸມ​ມື້​ຫວຽດນາມ” ຢູ່​ມີ​ລານ ບໍ່​ພຽງ​​ແຕ່​​ແນ​ໃສ່​ຈຸດໝາ​ຍ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເປີດ​ກວ້າງ​ບັນດາ​ການ​ເຄື່​ອນ​ໄຫວພົວພັນ​ແລກປ່ຽນ, ​ໂຄສະນາ​ວັດທະນະທຳ, ພາບ​ພົດ​ຊີວິດ, ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ເຖິງ​ປະຊາຊົນ​ນະຄອນ ​ມີ​ລານ ອີກ​ດ້ວຍ. ບັນດາ​ການ​ເຄື່ອນ​​ໄຫວ​ດັ່ງກ່າວ​ກໍ່​ເພື່ອ​ແນ​ໃສ່ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່ເພື່ອນ​ມິດ​ອີ​ຕາ​ລີ ​ເວົ້າ​ລວມ ​ແລະ ມີ​ລານ ​ເວົ້າ​ສະ​ເພາະ ​​ເຊິ່ງໄດ້​ຮຽງ​ບ່າ​ຮຽງ​ໄຫຼ່ພ້ອມ​ກັບ​ປະຊາຊົນ​ຫວຽດນາມ ​ໃນ​ຕະຫຼອດ​ໄລຍະ 40 ປີຜ່ານມາ. ບັນດາ “ຊຸມ​ມື້​ຫວຽດນາມ” ຢູ່​ມີ​ລານ ຈະ​ແກ່ຍາວ​ຮອດ​ວັນ​ທີ 31 ພະຈິກ 2013 ຈຶ່ງ​ອັດ​ລົງ.

ຂ່າວ/ບົດ​ອື່ນ