ຊີຣີຄັດຄ້ານທຸກຄວາມມານະພະຍາຍາມຫັນເປັນສະຫະລັດ

ຊີຣີຄັດຄ້ານທຸກຄວາມມານະພະຍາຍາມຫັນເປັນສະຫະລັດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ Walid Al Muallem
(ພາບ: AFP/TTXVN)


(vovworld) –​ ວັນ​ທີ 12/03, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ Walid Al Muallem ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ຊີ​ຣີ ຄັດ​ຄ້ານ​ທຸກ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ສາມ​າດ​ຫັນ​ປະ​ເທດຕາ​ເວັນ​ອອກ​ກາງນີ້​ເປັນ​ສະ​ຫະ​ລັດ, ພ້ອມ​ທັງ​ເນັ້ນ​ໜັກ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະ​ຄອນ​ຫຼວງ Damascus, ທ່ານ Walid Al Muallem ຖະ​ແຫຼງວ່າ, ປະ​ຊາ​ຊົນ​ຊີ​ຣີ ຈະ​ປະ​ຕິ​ເສດບໍ່​ວ່າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃດໆ​ແນ​ໃສ່​ແບ່ງ​ແຍກ​ຊີ​ຣີ. ກ່ຽວ​ຂ້ອງ​ເຖິງ​ການ​ເຈ​​ລ​ະ​ຈາ​ທາງ​ອ້ອມ​ລະ​ຫວ່າງ​ຜູ​້​ຕາງ​ໜ້າ​ລັດ​ຖະ​ບານ​ຊີ​ຣີ ແລະ ຝ່າຍ​ຄ້ານ, ຄາດ​ວ່າ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 14/03 ຢູ້​ຊີ​ແນວ, ປະ​ເທດ​ສະ​ວິດ, ທ່ານ Walid Al Muallem ຖະ​ແຫຼງວ່າ Damascus ບໍ່​ຍອມ​ຮັບ​ການ​ເຈ​ລະ​ຈາ​ກ່ຽວ​ຂ້ອງ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປະ​ຈ​ຸ​ບັນ Bashar Al Assad. ທ່ານ Walid Al Muallem ກໍ​ຖະ​ແຫຼງວ່າ, ທູດ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊີ​ຣີ Staffan de Misrura ບໍ່​ມີ​ສິດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ອະ​ນາ​ຄົດ​ຂອງ​ຊີ​ຣີ.

ຂ່າວ/ບົດ​ອື່ນ