ຊາວປະມົງແຂວງ ແຄ້ງຮ່ວາເລີ່ມເດີນທະເລໄປຫາປາ
(ພາບປະກອບ) |
(vovworld)- ຕອນເຊົ້າວັນທີ 24/2, ກົງກັບວັນທີ 6 ຂອງບຸນເຕັດປີມະແມ, ກຳປັ່ນຫາປານັບຮ້ອຍລຳຂອງຊາວປະມົງແຂວງ ແຄ້ງຮ່ວາ ທາງພາກໃຕ້ຫວຽດນາມ ໄດ້ພ້ອມກັນເດີນທະເລໄປຍັງເຂດຫາປາ ເຈືຶອງຊາທີ່ຂຶ້ນກັບແຂວງ ແຄ້ງຮ່ວາ. ທ່ານ ມາຍແທ່ງຟຸກ ເຈົ້າຂອງກຳປັ່ນຫາປາລຳໜຶ່ງຢູ່ເຂດຫາປາ ເຈືຶອງຊາທີ່ຂຶ້ນກັບແຂວງ ແຄ້ງຮ່ວາໃຫ້ຮູ້ວ່າ :
“ ພາຍຫຼັງໄດ້ຕ້ອນຮັບບຸນເຕັດ, ການເດີນເຮືອຄັ້ງທຳອິດໄດ້ມີຄວາມໂຊກດີ, ແນ່ນອນວ່າ ຈະໄດ້ຮັບຜົນດີ. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເພາະເດີນເຮືອໄປຫາປາ ກໍເປັນການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ. ອາກາດດີ, ລາຄາປາກໍເປັນປົກກະຕິ, ລາຄານ້ຳມັນເຊື້ອໄຟກໍຫຼຸດລົງ. ນີ້ແມ່ນຄວາມມ່ວນຊື່ນທີ່ສຸດສຳລັບຊາວປະມົງໄປຫາປາຢູ່ໄກຝັ່ງ ”