ຍົກສູງປະສິດທິຜົນສົ່ງເສີມການທ່ອງທ່ຽວປີ 2017

(VOVWORLD) - ຢາກຍົກສູງປະສິດທິຜົນສົ່ງເສີມໂຄສະນາການທ່ອງທ່ຽວ, ຈຳເປັນຕ້ອງເອົາໃຈໃສ່ຄົ້ນຄ້ວາຕະຫຼາດຢ່າງລະອຽດ, ການຄາດຄະເນ, ອັບເດັດການຜັນແປຕະຫຼາດເພື່ອເປັນພື້ນຖານໃຫ້ທຸກໆລາຍການເຄື່ອນໄຫວການທ່ອງທ່ຽວ. 

ຍົກສູງປະສິດທິຜົນສົ່ງເສີມການທ່ອງທ່ຽວປີ 2017 - ảnh 1 ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ

ນີ້ແມ່ນໜຶ່ງໃນບັນດາເນື້ອໃນໄດ້ນຳມາປຶກສາຫາລືທີ່ກອງປະຊຸມສົ່ງເສີມການທ່ອງທ່ຽວປີ 2017 ເຊິ່ງໄດ້ດຳເນີນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 3 ສິງຫາ. ທີ່ກອງປະຊຸມ, ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ: ເພື່ອຮັບປະກັນການເຕີບໂຕປະລິມານແຂກທ່ອງທ່ຽວສາກົນມາທ່ອງທ່ຽວ ຫວຽດນາມ ບັນລຸຢ່າງໜ້ອຍສຸດແມ່ນ 30%, ແຂກທ່ອງທ່ຽວພາຍໃນປະເທດເພີ່ມຂຶ້ນ 12% ຕາມຄຳຮຽກຮ້ອງຂອງລັດຖະບານ:

        “ປ່ຽນໃຫມ່ກ່ຽວກັບເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດການໂຄສະນາ, ສົ່ງເສີມການທ່ອງທ່ຽວໂດຍພື້ນຖານ, ໃນນັ້ນເສີມຂະຫຍາຍບົດບາດຂອງສະພາທີ່ປຶກສາການທ່ອງທ່ຽວເພື່ອຜັນຂະຫຍາຍຮູບແບບຮ່ວມມືພາກລັດ - ເອກະຊົນໃນການໂຄສະນາສົ່ງເສີມການທ່ອງທ່ຽວ, ລະດົມແຫຼ່ງກຳລັງຈາກຫຼາຍແຫຼ່ງທຶນໃຫ້ແກ່ການໂຄສະນາ, ສົ່ງເສີມການທ່ອງທ່ຽວ, ພິເສດແມ່ນຊຸກຍູ້ວິວັດທະນາການສ້າງຕັ້ງ ແລະ ກ້າວເຂົ້າສູ່ການເຄື່ອນໄຫວຂອງກອງທຶນໜູນຊ່ວຍພັດທະນາການທ່ອງທ່ຽວ.”

ຕອບກັບ

ຂ່າວ/ບົດ​ອື່ນ